ອາເມລິກາ ຮຽກຮ້ອງຈີນ ຢຸດຕິບັນດາການກະທຳເກາະຜິດຢູ່ທະເລຕາເວັນອອກ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໃຫ້ຮູ້ວ່າ: ໃນບົດຄຳເຫັນຂອງທ່ານເມື່ອວັນທີ 26 ພຶດສະພາ, ທ່ານເຄີຍເນັ້ນໜັກວ່າ ອາເມລິກາ ແລະ ບັນດາຄູ່ຮ່ວມມື...
 
ອາເມລິກາ ຮຽກຮ້ອງຈີນ ຢຸດຕິບັນດາການກະທຳເກາະຜິດຢູ່ທະເລຕາເວັນອອກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ:Reuters)

ວັນທີ 11 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ອອກຖະແຫຼງຂ່າວເນື່ອງໃນໂອກາດຄຳຕັດສິນຂອງສານກຳມະການທີ່ມີຕໍ່ເລື່ອງ ຟິລິບປິນ ຮ້ອງຟ້ອງຄຳຮຽກທ່ວງສິດອະທິປະໄຕຂອງຈີນ ຢູ່ທະເລຕາເວັນອອກ ຄົບຮອບ 6 ປີ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໃຫ້ຮູ້ວ່າ: ໃນບົດຄຳເຫັນຂອງທ່ານເມື່ອວັນທີ 26 ພຶດສະພາ, ທ່ານເຄີຍເນັ້ນໜັກວ່າ ອາເມລິກາ ແລະ ບັນດາຄູ່ຮ່ວມມື ແລະ ປະເທດພັນທະມິດຂອງຕົນໃຫ້ຄຳໝັ້ນສັນຍາຮັກສາລະບົບ, ບ່ອນທີ່ສິນຄ້າ, ແນວຄວາມຄິດ ແລະ ປະຊາຊົນເຄື່ອນຍ້າຍແບບເສລີທາງບົກ, ທາງອາກາດ, ທາງເຄືອຂ່າຍອິນເຕີເນັດ ແລະ ທາງທະເລ.

        ຕາມທ່ານລັດຖະມົນຕີການຕ່າງປະເທດ Antony Blinken ແລ້ວ, ໃນເວລາຕົ້ນປີນີ້, ອາເມລິກາ ໄດ້ປະກາດບົດລາຍງານ “ເຂດກຳນົດບົນທະເລ” ເລກທີ 150, ພິຈາລະນາການອະທິບາຍໃໝ່ ກ່ຽວກັບຄຳທ່ວງຮຽກສິດບົນທະເລຕາເວັນອອກຂອງຈີນ ພາຍຫຼັງຄຳຕັດສິນເມື່ອປີ 2016. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ: ອີກເທື່ອໜຶ່ງ, ອາເມລິກາ ໄດ້ຮຽກຮ້ອງ ຈີນ ເຄົາລົບບັນດາພາລະໜ້າທີ່ຂອງຕົນຕາມກົດໝາຍສາກົນ ແລະ ຢຸດຕິບັນດາການກະທຳເກາະຜິດ. ອາເມລິກາ ຈະສືບຕໍ່ສົມທົບກັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືກໍ່ຄືບັນດາອົງການໃນພາກພື້ນຄື ອາຊຽນ ເພື່ອແນໃສ່ປົກປ້ອງ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ