ອາ​ເມ​ລິ​ກາ ຮຽກ​ຮ້ອງ​ນັກ​ການ​ທູດ​ລັດ​ເຊຍ 24 ທ່ານ​ອອກ​ຈາກ​ປະ​ເທດນີ້​ກ່ອນ​ວັນ​ທີ 3 ກັນ​ຍາ

(VOVWORLD) -ທ່ານ Anatoly Antonov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ວໍຊິງຕັນ ໃຫ້ຮູ້ວ່າ ອາເມລິກາ  ໄດ້ສົ່ງໃຫ້ສະຖານທູດ ລັດເຊຍ ບັນຊີລາຍຊື່ນັກການທູດລັດເຊຍ 24 ທ່ານ ທີ່ຕ້ອງອອກຈາກປະເທດນີ້ ກ່ອນວັນທີ 3 ກັນຍາ ຍ້ອນວີຊາໝົດອາຍຸ.

ອາ​ເມ​ລິ​ກາ ຮຽກ​ຮ້ອງ​ນັກ​ການ​ທູດ​ລັດ​ເຊຍ 24 ທ່ານ​ອອກ​ຈາກ​ປະ​ເທດນີ້​ກ່ອນ​ວັນ​ທີ 3 ກັນ​ຍາ - ảnh 1ສະຖານທູດ ລັດເຊຍ ປະຈຳ ອາເມລິກາ (ພາບ: shutterstock)

ໃນການຕອບສຳພາດກັບນັກຂ່າວວາລະສານ National Interest, ທ່ານ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ບັນດານັກການທູດເກືອບທັງໝົດ ຈະອອກຈາກປະເທດນີ້ ໂດຍບໍ່ມີຜູ້ມາແທນ, ຍ້ອນວ່າ ວໍຊິງຕັນ ໄດ້ຮັດແໜ້ນລະບຽບການອອກວີຊາແບບກະທັນຫັນ. ບັນດາອົງການການທູດ ຂອງ ລັດເຊຍ ປະຈຳ ອາເມລິກາ ພວມເຄື່ອນໄຫວໃນບັນດາເງື່ອນໄຂຂອງບັນດາຂໍ້ຈຳກັດທີ່ບໍ່ເຄີຍມີມາກ່ອນ.

ກ່ອນໜ້ານັ້ນ, ໃນວັນທີ 30 ກໍລະກົດ, ຝ່າຍ ອາເມລິກາ ຕ້ອງໃຫ້ພະນັກງານຊາວປະຈຳຖິ່ນ 200 ຄົນ ທີ່ພວມເຮັດວຽກຢູ່ສະຖານທູດ ແລະ ບັນດາສະຖານກົງສູນຂອງປະເທດນີ້ ປະຈຳ ລັດເຊຍ ເຊົ່າວຽກ, ຍ້ອນວ່າ ມົດສະກຸ ຮຽກຮ້ອງໃຫ້ ວໍຊິງຕັນ ສິ້ນສຸດສັນຍາ ກັບບັນດາພະນັກງານທີ່ບໍ່ແມ່ນຊາວ ອາເມລິກາ, ກ່ອນວັນທີ 1 ສິງຫາ. ນີ້ແມ່ນມາດຕະການທີ່ ລັດເຊຍ ໂຕ້ຕອບ ເລື່ອງ ອາເມລິກາ ເນລະເທດ ບັນດານັກການທູດ ລັດເຊຍ, ພາຍຫຼັງ ສອງປະເທດປິດບັນດາອົງການຜູ້ຕາງໜ້າຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ