ອາ​ເມ​ລິ​ກາ​ ຮຽກ​ຮ້ອງໃຫ້ ​ເຊື່ອມ​ຈອດ ແລະ ​ມີ​ການກະ​ທຳ​ເພື່ອ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເລັ່ງ​ໃສ່​ຊາວ ​ເຊື້ອ​ຊາດ​ອາ​ຊີ

(VOVWORLD) -ນີ້ແມ່ນໜຶ່ງໃນບັນດາເຫດການທີ່ໄດ້ຮັບການຈັດຂຶ້ນໃນ “ວັນ ເຊື່ອມຈອດ ແລະ ການກະທຳແຫ່ງຊາດ” ເພື່ອແນໃສ່ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ ທີ່ເລັ່ງໃສ່ຊາວ ອາເມລິກາ ເຊື້ອຊາດ ອາຊີ.
ອາ​ເມ​ລິ​ກາ​ ຮຽກ​ຮ້ອງໃຫ້ ​ເຊື່ອມ​ຈອດ ແລະ ​ມີ​ການກະ​ທຳ​ເພື່ອ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເລັ່ງ​ໃສ່​ຊາວ ​ເຊື້ອ​ຊາດ​ອາ​ຊີ - ảnh 1ບັນດາສະມາຊິກກຸ່ມລາດຕະເວນກວດການປົກປ້ອງຊາວ ອາເມລິກາ ເຊື້ອຊາດ ອາຊີ ທີ່ມີຊື່ວ່າ Public Safety Patrol ຢູ່ນິວຢອກ, ອາເມລິກາ (ພາບ: AFP/TTXVN)

ຕອນຄຳວັນທີ 26 ມີນາ, ອາຄານ  Empire State ໂດຍແມ່ນສັນຍາລັກຂອງນະຄອນ ນິວຢອກ ໄດ້ເປີດໄຟປະດັບດ້ວຍສອງສີດຳ ແລະ ເຫຼືອງ. ນີ້ແມ່ນໜຶ່ງໃນບັນດາເຫດການທີ່ໄດ້ຮັບການຈັດຂຶ້ນໃນ “ວັນ ເຊື່ອມຈອດ ແລະ ການກະທຳແຫ່ງຊາດ” ເພື່ອແນໃສ່ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ ທີ່ເລັ່ງໃສ່ຊາວ ອາເມລິກາ ເຊື້ອຊາດ ອາຊີ.

ທ່ານ Grace Meng ສະມາຊິກລັດຖະສະພາລັດ ນິວຢອກ ແລະ ທ່ານ Evan Low ສະມາຊິກລັດຖະສະພາລັດ California ໄດ້ຍົກອອກ ຂໍ້ລິເລີ່ມນີ້ ພາຍຫຼັງບັນດາເຫດຍິງປຶນ ຢູ່ນະຄອນ Atlanta, ລັດ Georgia, ຊຶ່ງເຮັດໃຫ້ 8 ຄົນເສຍຊີວິດ ໃນນັ້ນມີ ແມ່ຍິງເຊື້ອຊາດ ອາຊີ 6 ຄົນ, ກໍ່ຄືບັນດາເຫດບຸກໂຈມຕີ ທີ່ເລັ່ງໃສ່ຊາວ ອາເມລິກາ ເຊື້ອຊາດ ອາຊີ ຢູ່ບັນດານະຄອນໃຫຍ່ໃນທົ່ວປະເທດ ອາເມລິກາ ໃນໄລຍະທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ