ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ ຍູ້​ແຮງ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ວັນທີ 9 ກໍລະກົດ, ກ່າວຄຳເຫັນທີ່ເວທີປາໄສທີ່ໄດ້ດຳເນີນຢູ່ Venice (ປະເທດ ອີຕາລີ). ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ: ບັນດາປະເທດ G20 ໄດ້ສ້າງ 80% ປະລິມານອາຍພິດກາກບອນທັງໝົດໃນທົ່ວໂລກ
ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ ຍູ້​ແຮງ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ  (ພາບ: TTXVN)

ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ມີການກະທຳຢ່າງຮີບດ່ວນ ເພື່ອແນໃສ່ມຸ່ງໄປເຖິງພື້ນຖານເສດຖະກິດທົ່ວໂລກທີ່ບໍ່ມີ ກາກບອນ ກໍ່ຄືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ວັນທີ 9 ກໍລະກົດ, ກ່າວຄຳເຫັນທີ່ເວທີປາໄສທີ່ໄດ້ດຳເນີນຢູ່ Venice (ປະເທດ ອີຕາລີ). ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ: ບັນດາປະເທດ G20 ໄດ້ສ້າງ 80% ປະລິມານອາຍພິດກາກບອນທັງໝົດໃນທົ່ວໂລກ, ດັ່ງນັ້ນຄວາມຮັບຜິດຊອບຂອງ G20 ຕ້ອງມີການກະທຳໂດຍທັນທີ. ທ່ານນາງ Janet Yellen ໄດ້ເນັ້ນໜັກວ່າ ຄວາມສຳຄັນຂອງການເພີ່ມທະວີການຮ່ວມມືສາກົນ ເພື່ອຫຼີກລ້ຽງການເກີດຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດທີ່ພວມມານະພະຍາຍາມຫຼຸດຜ່ອນການປ່ອຍອາຍພິດກໍ່ປະກົດການເຮືອນແກ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ