ອາເມລິກາ ເຊື່ອມຕໍ່ການເຈລະຈານິວເຄຼຍ ກັບ ສປປ.ເກົາຫຼີ ຄືນໃໝ່

(VOVWORLD) -  ວັນທີ 22 ກໍລະກົດ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມປາດຖະໜາຈະເຊື່ອມຕໍ່ການເຈລະຈາດ້ານນິວເຄຼຍກັບ ສປປ.ເກົາຫຼີຄືນໃໝ່ໂດຍໄວ, ພ້ອມທັງຫວັງວ່າ ພຽງຢາງຈະມີຫຼັກໝັ້ນຕ່າງຫາກເມື່ອມີບັນດາການເຈລະຈາຄັ້ງໃໝ່ໄດ້ດຳເນີນໄປ.
ອາເມລິກາ ເຊື່ອມຕໍ່ການເຈລະຈານິວເຄຼຍ ກັບ ສປປ.ເກົາຫຼີ ຄືນໃໝ່ - ảnh 1ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ  (ພາບ: THX/TTXVN)

ກ່່າວຄຳເຫັນກັບຊ່ອງໂທລະພາບ Fox News, ທ່ານ Mike Pompeo ໄດ້ຊີ້ແຈ້ງວ່າ: ກະຊວງການຕ່າງປະເທດ ອາເມລິກາໄດ້ມີການໂອ້ລົມສົນທະນາກັບຝ່າຍ ສປປ.ເກົາຫຼີ. ທ່ານ ປະທານ Kim Jong -un ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະ ນຳບັນດາກຸ່ມຂອງ ພວກຂ້າພະເຈົ້າກັບຄືນໂຕະເຈລະຈາ. ຂ້າພະເຈົ້າຫວັງວ່າ ພວກຂ້າພະເຈົ້າຈະໄດ້ກັບຄືນໂຕະເຈລະຈາ. ທ່ານ Mike Pompeo ໄດ້ຕີລາຄາສູງເລື່ອງການນຳ ສປປ.ເກົາຫຼີ Kim Jong-un ໃຫ້ຄຳໝັ້ນສັນຍາປອດນິວເຄຼຍໃນກອງປະຊຸມສຸດຍອດຄັ້ງທຳອິດກັບປະທານາທິບໍດີ ອາເມລິກາ Donald Trump ເມືອເດືອນ ມິຖຸນາ 2018 ຢູ່ ສິງກະໂປ. ຕາມທ່ານແລ້ວ, ສອງຝ່າຍ ຍັງມີບັນດາການໂອ້ລົມສົນທະນາ ແລະ ປັດຈຸບັນ ແມ່ນຈຸດເວລາທີ່ເລີ່ມປະຕິບັດສິ່ງນີ້, ເພື່ອ ໃຫ້ປະຊາຊົນ ສປປ.ເກົາຫຼີອາດຈະມີອະນາຄົດທີ່ສົດໃສກ່ວາ, ແມ່ນສິ່ງທີ່ທ່ານປະທານາທິບໍດີ ອາເມລິກາເວົ້າເຖິງ ໃນຕະຫຼອດ ປີເຄິ່ງທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ