ອາເມລິກາ ເຊື່ອວ່າ ຊີຣີນຳໃຊ້ອາວຸດເຄມີ

ອາເມລິກາ ເຊື່ອວ່າ ຊີຣີນຳໃຊ້ອາວຸດເຄມີ - ảnh 1
(ພາບ: reuters.com)
(vovworld) - ວັນ​ທີ 25/04, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Hagel ​ໃຫ້​ຮູ້​ວ່າ, ລັດຖະບານ​ຊີຣີ​ໄດ້​ນຳ​ໃຊ້​ອາ​ວຸດ​ເຄມີ​ໃນ​ການ​ຕໍ່ສູ້​ກັບ​ຝ່າຍ​ຄ້ານ, ຕາມ​ທ່ານ​ລັດຖະມົນຕີ Chuck Hagel ​ແລ້ວ, ກຳລັງສືບ​ລາ​ຊະການ​ລັບອາ​ເມ​ລິ​ກາ ​ເຊື່ອ​ໝັ້ນ​ວ່າ ກອງທັບ​ຂອງ​ປະທານາທິບໍດີ​ຊີຣີ Bashar al Assad ​ໄດ້​ນຳ​ໃຊ້​ອ້າຍ​ພິດ sarin, ເຊິ່ງ​​ແມ່ນ​ທາດ​ພິດ​ທຳລາຍ​ລະບົບ​ເສັ້ນປະສາດ, ​​ໂດຍສະຫະ​ປະຊາ​ຊາດ ຈັດ​ເຂົ້າປະ​ເພດ​ອາວຸດ​ລ້າງ​ຜານ. ປະຈຸ​ບັນ, ອາ​ເມ​ລິ​ກາ​ພວມ​ດຳ​ເນີນ​ການ​ສືບສວນ​ຮອບດ້ານ,  ພ້ອມ​ກັບ​ສະຫະ​ປະຊາ​ຊາດ ​ແລະ ປະຊາ​ຄົມ​ໂລກ​ເຮັດ​ໃຫ້​ຈະ​ແຈ້ງ​ຫຼັກ​ຖານ​ກ່ຽວ​ກັບ​ເລື່ອງ​ອາວຸດ​ເຄມີ​ທີ່​ນຳ​ໃຊ້​ຢູ່​ຊີຣີ. ​ໃນ​ຕົ້ນ​ອາທິດ​ຜ່ານ​ມາ, ບັນດາ​ນັກ​​ໄຈ້​​ແຍກສືບ​ລາ​ຊະການ​ລັບຂອງ ອິສຣາ​ແອນ ກໍ​ຍົກ​ອອກ​ບົດ​ລາຍ​ງານ​ກ່ຽວກັບ​ເລື່ອງ​ຊີຣີ ນຳ​ໃຊ້​ອາວຸດ​ເຄມີ​ໃນ​ການ​ປະ​ທະ​ກັນ. ລັດຖະບານ​ບັນດາ​ປະ​ເທດ​ອັງກິດ, ຝລັ່ງ ກໍ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນຫາ​ນີ້.
ຂ່າວ/ບົດ​ອື່ນ