ອາເມລິກາ ເຊື່ອໝັ້ນວ່າ ອາດສາມາດສ້າງການພົວພັນ “ປອດໃສ” ກັບ ຈີນ

(VOVWORLD) - ທ່ານນາງ Janet Yellen  ໄດ້ພັນລະນາບັນດາການພົບປະລະຫວ່າງທ່ານນາງ ກັບວົງການເຈົ້າໜ້າທີ່ຂັ້ນສູງ ຈີນ ໃນຂອບເຂດການຢ້ຽມຢາມແມ່ນ “ແທດຈິງ, ກົງໄປກົງມາ ແລະ  “ບັນລຸປະສິດທິຜົນ”
ອາເມລິກາ ເຊື່ອໝັ້ນວ່າ ອາດສາມາດສ້າງການພົວພັນ “ປອດໃສ” ກັບ ຈີນ - ảnh 1ທີ່ການພົບປະ
(ພາບ: AFP/TTXVN)

ວັນທີ 08 ກໍລະກົດ, ທ່ານນາງລັດຖະມົນຕີການເງິນ ອາເມລິກາ Janet Yellen ສະແດງຄວາມເຊື່ອໝັ້ນວ່າ ປະເທດນີ້ ແລະ ຈີນ ສາມາດບັນລຸໄດ້ບາດກ້າວຄືບໜ້າຈຳນວນໜຶ່ງ ແລະ ອາດສາມາດສ້າງການພົວພັນ “ປອດໃສ” ໂດຍອີງໃສ່ຄວາມຍຸຕິທຳ ແລະ ເຄົາລົບເຊິ່ງກັນ ແລະ ກັນ.

ກ່າວຄຳເຫັນຕໍ່ວົງການສື່ມວນຊົນເມື່ອສິ້ນສຸດການໄປຕິບັດງານຢູ່ ປັກກິ່ງ, ປະເທດ ຈີນ, ທ່ານນາງ Janet Yellen  ໄດ້ພັນລະນາບັນດາການພົບປະລະຫວ່າງທ່ານນາງ ກັບວົງການເຈົ້າໜ້າທີ່ຂັ້ນສູງ ຈີນ ໃນຂອບເຂດການຢ້ຽມຢາມແມ່ນ “ແທດຈິງ, ກົງໄປກົງມາ ແລະ  “ບັນລຸປະສິດທິຜົນ” ເພື່ອຊ່ວຍຮັກສາການພົວພັນ 2 ຝ່າຍເປັນປົກກະຕິ ເຊິ່ງເຄີຍຖືກ “ແຕກແຫງ” ເປັນປະຈຳ, ກໍຄືແມ່ນບາດກ້າວໃນຄວາມມານະພະຍາຍາມຂອງ 2 ປະເທດເພື່ອແນໃສ່ສ້າງການພົວພັນ ອາມລິກາ - ຈີນ “ໃນພື້ນຖານໝັ້ນແກ່ນກວ່າເກົ່າ”.

ການໄປປະຕິບັດງານເປັນເວລາ 4 ວັນຢູ່ຈີນ ຂອງທ່ານນາງ Janet Yellen ໄດ້ຮັບຖືວ່າ ແມ່ນຄວາມມານະພະຍາຍາມເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນການຮ່ວມມືລະຫວ່າງ  2 ປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ