ອາເມລິກາ ເດັດດຽວປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຕໍ່ໜ້າໄພນາບຂູ່ຈາກ ສປປ.ເກົາຫຼີ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະເດັດຂາດປົກປັກຮັກສາປະເທດ ອາເມລິກາ ຕໍ່ໜ້າບັນດາໄພນາບຂູ່ຈາກ ສປປ.ເກົາຫຼີ ຖ້າຫາກບັນດາຄວາມພະຍາຍາມຂອງ ຈີນ ເພື່ອຄວບຄຸມ ພຽງຢາງ ບໍ່ມີປະສິດທິຜົນ
ອາເມລິກາ ເດັດດຽວປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຕໍ່ໜ້າໄພນາບຂູ່ຈາກ ສປປ.ເກົາຫຼີ - ảnh 1 ປະທານາທິບໍດີ ອາເມລິກາ Donald Trump (ພາບ:  Reuters)

ທ່ານນາງ Sarah Sanders ຮອງເລຂາສື່ສານ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ທີ່ການປະຊຸມຂ່າວໃນວັນທີ 22 ມິຖຸນາ ເມຶ່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບຂໍ້ຄວາມຂອງທ່ານປະທານາທິບໍດີ Trump ໃນເຄືອຂ່າຍສັງຄົມ Twitter ເມື່ອອາທິດກ່ອນວ່າ ຈີນ ໄດ້ພະຍາຍາມຊ່ວຍ ອາເມລິກາ ໃນບັນຫາ ສປປ.ເກົາຫຼີ, ແຕ່ບັນດາຄວາມພະຍາຍາມນີ້ ບໍ່ມີປະໂຫຍດ. ທ່ານນາງ Sarah Sanders ອະທິບາຍຄວາມໝາຍຂອງຂໍ້ຄວາມດັ່ງກ່າວວ່າ “ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ແລະ ພວມສືບຕໍ່ເຮັດວຽກກັບປະເທດນີ້ ເພື່ອຄວບຄຸມ ສປປ. ເກົາຫຼີ, ແຕ່ບັນດາຄວາມມານະພະຍາຍາມນີ້ ບໍ່ມີຜົນປະໂຫຍດ, ປະທານາທິບໍດີໄດ້ເວົ້າແຈ້ງແລ້ວວ່າ ທ່ານຈະເຮັດທຸກຢ່າງເພື່ອປົກປັກຮັກສາປະເທດ ອາເມລິກາ”

ຕອບກັບ

ຂ່າວ/ບົດ​ອື່ນ