ອາເມລິກາ ເຕື້ອງເຖິງຄວາມສາມາດຈະຈັດການເຈລະຈາດ້ານນິວເຄຼຍກັບ ສປປ.ເກົາຫຼີ

(VOVWORLD) - ອາເມລິກາ ພ້ອມແລ້ວທີ່ຈະສືບຕໍ່ເຈລະຈາກ່ຽວກັບບັນຫານິວເຄຼຍກັບ ສປປ.ເກົາຫຼີ ຖ້າຫາກ ພຽງຢາງ ມີການກະທຳເຊັ່ນດຽວກັນ. ນີ້ແມ່ນຄຳຢືນຢັນ ໂດຍທ່ານ Alex Wong ທູດພິເສດຮັບຜິດຊອບບັນຫາກ່ຽວກັບ ສປປ.ເກົາຫຼີ ສັງກັດກະຊວງການຕ່າງປະເທດ ອາເມລິກາ ຍົກອອກມາໃນວັນທີ 26 ກຸມພາ.
 
ອາເມລິກາ ເຕື້ອງເຖິງຄວາມສາມາດຈະຈັດການເຈລະຈາດ້ານນິວເຄຼຍກັບ ສປປ.ເກົາຫຼີ - ảnh 1ທ່ານ Alex Wong ທູດພິເສດຮັບຜິດຊອບບັນຫາກ່ຽວກັບ ສປປ.ເກົາຫຼີ (ພາບ: Yonhap)

        ກ່າວຄຳເຫັນທີ່ກອງປະຂຸມປຶກສາຫາລືຢູ່ສະຖາບັນ Hudson, ທ່ານ Alex Wong ໄດ້ເນັ້ນໜັກວ່າ ນັ້ນບໍ່ພຽງແຕ່ແມ່ນການພົບປະຂັ້ນການນຳເທົ່ານັ້ນ. ຫາກກຸ່ມເຈລະຈາຂອງ 2 ປະເທດກໍ່ໄດ້ພົບປະກັນອີກ. ພວກຂ້າພະເຈົ້າຕ້ອງມານະພະຍາຍາມ ແລະ ເຮັດວຽກຢ່າງລະອຽດ ເພື່ອສ້າງຂັ້ນຕອນໃຫ້ມີຄວາມດຸ່ນດ່ຽງກັນ, ສອດຄ່ອງກັບຜົນປະໂຫຍດຂອງທັງ ອາເມລິກາ ແລະ ສປປ.ເກົາຫຼີ.

        ແລະກໍ່ຕາມທ່ານ Alex Wong ແລ້ວ, ອາເມລິກາ ຈະມຸ່ງໄປເຖິງການຮັກສາບັນດານະໂຍບາຍລົງໂທດ ເວັ້ນເສຍແຕ່ກໍລະນີ ສປປ.ເກົາຫຼີ ສະແດງໃຫ້ເຫັນວ່າ ປະເທດນີ້ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບບັນຫາປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ