ອາ​ເມ​ລິ​ກາ​ ​“ເປີດ​ໄຟ​ຂຽວ” ໃຫ້​ບັນ​ດາ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ອາ​ວຸດ ກັບ​ໂປ​ໂລຍ ແລະ ນອກ​ແວ

(VOVWORLD) - ກະຊວງການຕ່າງປະເທດ ອາເມລິກາ ກໍ່ໄດ້ຮັບຮອງເອົາ ບ້ວງເງິນ ທີ່ມີມູນຄ່າ ເກືອບ 240 ລ້ານ USD ເຊິ່ງສະໜອງລະເບີດ StormBreaker ແລະ ວັດຖຸອຸປະກອນທີ່ກ່ຽວຂ້ອງໃຫ້ແກ່ນອກແວ.
ອາ​ເມ​ລິ​ກາ​ ​“ເປີດ​ໄຟ​ຂຽວ” ໃຫ້​ບັນ​ດາ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ອາ​ວຸດ ກັບ​ໂປ​ໂລຍ ແລະ ນອກ​ແວ - ảnh 1ພາບປະກອບ: AFP/TTXVN

ວັນທີ 28 ມິຖຸນາ, ທຳນຽບ 5 ແຈ ໄດ້ຢັ້ງຢືນວ່າ ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮັບຮອງເອົາບ້ວງເງິນ ທີ່ມີມູນຄ່າ 15 ຕື້ USD ໂດຍສະໜອງລະບົບບັນຊາການປ້ອງກັນອາກາດ ແລະ ລູກສອນໄຟປະສົມ (IBCS) ພ້ອມກັບບັນດາວັດຖຸອຸປະກອນທີ່ກ່ຽວຂ້ອງໃຫ້ແກ່ໂປໂລຍ.

ຕາມທຳນຽບ 5 ແຈ່ແລ້ວ, ບ້ວງສະໜອງອາວຸດໃຫ້ແກ່ ໂປໂລຍ ລວມມີ ຖານຍິງລູກສອນໄຟ Patriot 48  ແຫ່ງ ພ້ອມ ກັບລູກສອນໄຟປ້ອງກັນ Patriot PAC-3 MSE ກ່ວາ 640 ລູກ ແລະ ວັດຖຸອຸປະກອນຫຼາຍຊະນິດ.

ໄປຄຽງຄູ່ກັນນັ້ນ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ໄດ້ຮັບຮອງເອົາ ບ້ວງເງິນ ທີ່ມີມູນຄ່າ ເກືອບ 240 ລ້ານ USD ເຊິ່ງສະໜອງລະເບີດ StormBreaker ແລະ ວັດຖຸອຸປະກອນທີ່ກ່ຽວຂ້ອງໃຫ້ແກ່ນອກແວ.

ໃນວັນດຽວກັນ, ທຳນຽບ 5 ແຈ ກໍ່ໄດ້ແຈ້ງໃຫ້ສະພາແຫ່ງຊາດ ອາເມລິກາ ຮັບຊາບກ່ຽວກັບ 2 ບ້ວງເງິນຊ່ວຍເຫຼືອດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ