ອາເມລິກາ ເພີ່ມຄວາມກົດດັນເພື່ອໃຫ້ ຮາມາດສ ຍອມຮັບຂໍ້ສະເໜີຢຸດຍິງໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຮັບຮູ້ ແລະ ສະໜັບສະໜູນ “ຂໍ້ສະເໜີເປັນຂົວເຊື່ອມຕໍ່” ເຊິ່ງ ອາເມລິກາ ໄດ້ຍົກອອກມາເມື່ອອາທິດກ່ອນຢູ່ ໂດຮາ, ປະເທດ ກາຕາ
ອາເມລິກາ ເພີ່ມຄວາມກົດດັນເພື່ອໃຫ້ ຮາມາດສ ຍອມຮັບຂໍ້ສະເໜີຢຸດຍິງໃໝ່ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານປະທານາທິບໍດີ ອິດສະຣາແອັນ Isaac Herzog
(ພາບ: AP)

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັບບັນດາເຈົ້າໜ້າທີ່ ອິດສະຣາແອັນ ຢູ່ Tel Aviv, ໃນຕອນຄ່ຳວັນທີ 19 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken, ຢືນຢັນວ່າ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຮັບຮູ້ ແລະ ສະໜັບສະໜູນ “ຂໍ້ສະເໜີເປັນຂົວເຊື່ອມຕໍ່” ເຊິ່ງ ອາເມລິກາ ໄດ້ຍົກອອກມາເມື່ອອາທິດກ່ອນຢູ່ ໂດຮາ, ປະເທດ ກາຕາ, ເພື່ອແນໃສ່ຮັດແຄບຄວາມບໍ່ລົງລອຍກັນລະຫວ່າງບັນດາຝ່າຍ. ສະນັ້ນ, ປະຈຸບັນ, ໜ້າທີ່ຄວາມຮັບຜິດຊອບກ້າວໄປເຖິງຂໍ້ຕົກລົງແມ່ນອີງໃສ່ ຮາມາດສ ແລະ ກຸ່ມປະກອບອາວຸດ ປາແລັດສະຕິນ ຕ້ອງມີບາດກ້າວທີ່ຄ້າຍຄືກັນ, ນັ້ນແມ່ນການຮັບຮູ້ຂໍ້ຕົກລົງຢຸດຍິງໃໝ່. ສ່ວນເຈົ້າໜ້າທີ່ທ່ານໜຶ່ງຂອງ ອິດສະຣາແອັນ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຍັງມີຄວາມຕັດສິນໃຈຢ່າງສູງເພື່ອເດີນຕາມເປົ້າໝາຍດັບສູນກຳລັງ ຮາມາດສ.

        ໄລ່ຮອດຕອນເຊົ້າວັນທີ 20 ສິງຫາ, ຮາມາດສ ຍັງບໍ່ທັນຍົກອອກປະຕິກິຕິຍາທາງການໃດໆຕໍ່ບັນດາຄຳຖະແຫຼງການຫຼ້າສຸດຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ວົງການເຈົ້າໜ້າທີ່ ອິດສະຣາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ