ອ​າ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເພື່ອ​ສະ​ກັດ​ກັ້ນ​ກະ​ແສ​ຟອງ​ແຫ່​ຂະ​ບວນ​ປະ​ທ້ວງ

(VOVWORLD) -ກະຊວງປ້ອງກັນປະເທດອາເມລິກາໃຫ້ຮູ້ວ່າ ມີ ສະມາຊິກກຳລັງທະຫານປ້ອງກັນແຫ່ງຊາດ ປະມານ5000ຄົນໄດ້ຖືກຈັດສົ່ງໄປຍັງ 15 ລັດລວມມີນະຄອນຫຼວງ ວໍຊິງຕັນ ແລະ ມີທະຫານປະມານ 2000ຄົນພວມຢູ່ໃນສະພາບກຽມພ້ອມສູ້ຮົບ.
ອ​າ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເພື່ອ​ສະ​ກັດ​ກັ້ນ​ກະ​ແສ​ຟອງ​ແຫ່​ຂະ​ບວນ​ປະ​ທ້ວງ - ảnh 1ຜູ້ແຫ່ຂະບວນປະທ້ວງ ຢູ່ອາເມລິກາ (ພາບ: THX/TTXVN) 

ວັນທີ 31 ພຶດສະພາ, ກຳລັງທະຫານປ້ອງກັນແຫ່ງຊາດໄດ້ຖືກຈັດສົ່ງໄປປະຕິບັດໜ້າທີ່ ຢູ່ບັນດານະຄອນໃຫຍ່ທີ່ອາເມລິກາເພື່ອແນໃສ່ປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ພາຍຫຼັງກະແສຟອງແຫ່ຂະບວນປະທ້ວງທີ່ແຜ່ລາມອອກສູ່ວົງກ້ວາງຢູ່ ອາເມລິກາ ເຊິ່ງໄດ້ແກ່ຍາວມາເປັນ 5 ວັນຢ່າງລຽນຕິດ ເພື່ອແນໃສ່ຄັດຄ້ານເຫດຕຳຫຼວດຜິວຂາວສັງຫານຜູ້ຊາຍຜິວດຳຄົນໜຶ່ງຢູ່ Minneapolis ໃນອາທິດກ່ອນ

        ກະຊວງປ້ອງກັນປະເທດອາເມລິກາໃຫ້ຮູ້ວ່າ ມີ ສະມາຊິກກຳລັງທະຫານປ້ອງກັນແຫ່ງຊາດ ປະມານ5000 ຄົນໄດ້ຖືກຈັດສົ່ງໄປຍັງ 15 ລັດ, ລວມມີນະຄອນຫຼວງ ວໍຊິງຕັນ ແລະ ມີທະຫານປະມານ 2000ຄົນພວມຢູ່ໃນສະພາບກຽມພ້ອມສູ້ຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ