ອາເມລິກາ ເພີ່ມທະວີການປ້ອງກັນບັນດາຄະນະຜູ້ຕາງຫນ້າການທູດ

ອາເມລິກາ ເພີ່ມທະວີການປ້ອງກັນບັນດາຄະນະຜູ້ຕາງຫນ້າການທູດ - ảnh 1
ທ່ານ​ນາງ Hilary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ

(vovworld) - ທ່ານ​ນາງ Hilary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ພວມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​​​ແຂງ​ກະດ້າງ​ກວ່າ​ເພື່ອ​ປ້ອງ​ກັນ​ບັນດາ​ສຳ​ນັກ​ງານ​ສະຖານທູດ​ໃນ​ທົ່ວ​ໂລກ ພ້ອມ​ທັງ​ປະຕິ​ເສດ​ຂ່າວ​ຄາວ​ທີ່​ວ່າ ອາ​ເມ​ລິ​ກາ​ໄດ້​ຮັບ​ຄຳ​ເຕືອນ​ໄພ​ໃນ​ເຫດການ​ບຸກ​ໂຈມ​ຕີ​​ໃສ່ສະຖານກົງ​ສູນ​ອາ​ເມ​ລິ​ກາ ຢູ່ ລີ​ບີ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫລັງ​ການ​ເຈລະຈາ​ກັບ​ທ່ານ Patricia Espinosa ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເມ​ຊີ​ໂກ, ທ່ານ​ນາງ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hilary Clinton ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາບໍ່​ໄດ້​ຮັບ​ຂ່າວ​ຄາວ​ທາງລາຊະການ​ລັບ​ໃດໆ​ກ່ຽວກັບ​ເຫດການ​ບຸກ​ໂຈມ​ຕີ​ໃສ່​ຄະນະ​ຜູ້ຕາງຫນ້າ​ການ​ທູດ​ຢູ່ Benghazi ກ່ອນ​ທີ່ຈະ​ເກີດ​ຂຶ້ນ. ທ່ານ​ນາງ Hilary Clinton ​ເນັ້ນ​ຫນັກ​ວ່າ: ອາ​ເມ​ລິ​ກາ ຈະ​ນຳ​ໃຊ້​ບັນດາ​ມາດ​ຕະການ​ແຂງ​ກະດ້າງ​ກວ່າ​ເພື່ອ​ປ້ອງ​ກັນ​ພາລະ​ກອນ​ຢູ່​ບັນດາ​ສະຖານທູດ ​ແລະ ສະຖານກົງສູນ​ໃນ​ທົ່ວ​​ໂລກ ພ້ອມ​ທັງ​ຈະ​ພິຈາລະນາ​ຄືນ​ສະພາບ​ຄວາມ​ປອດ​ໄພ​ຢູ່​ບັນດາ​ຄະນະ​ຜູ້ຕາງຫນ້າ​ການ​ທູດ ​ແລະ ຈະ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ສະຖານ​ທີ່ີທີ່​ຈຳ​ເປັນ. ອາ​ເມ​ລິ​ກາ​ຈະ​ດຳ​ເນີນການ​ສືບສວນ​ຈົນ​ເຖິງ​ເວລາ​ທີ່​ເມື່ອ​ພົບ​ເຫັນ ​ແລະ ລົງ​ໂທດ​ບັນດາ​ຜູ້​ຈັດ​ວາງ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ຢູ່ Benghazi. ຕາມ​ທ່ານ​ນາງ Hilary Clinton ​ແລ້ວ, ກົມ​ສືບສວນ​ຂອງສະຫະລັດ ອາ​ເມ​ລິ​ກາ FBI ​ໄດ້​ດຳ​ເນີນ​ການ​ສືບສວນ​ພາຍ​ໃນ​ເຂດ​ດິນ​ແດນ ລີ​ບີ ​ແລະ ພວມ​ສົມທົບ​ກັບ​ລັດຖະບານ ລີ​ບີ ​ເພື່ອ​​ຊອກຈັບ​ຜູ້​ທີ່ໄດ້​ເຂັ່ນຂ້າ​ພາລະ​ກອນ​ການ​ທູດອາ​ເມ​ລິ​ກາ 4 ທ່ານ.

ຂ່າວ/ບົດ​ອື່ນ