ອາເມລິກາ ເພີ່ມທະວີການພົວພັນກັບພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony J.Blinken ໄດ້ໄປປະຕິບັດງານຢູ່ ອົດສະຕາລີ ແລະ ຟີຈີ ເພື່ອປຶກສາຫາລືກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມື ມະຫາສະໝຸດອິນເດຍ - ປາຊີຟິກ
ອາເມລິກາ ເພີ່ມທະວີການພົວພັນກັບພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony J.Blinken ໄດ້ໄປປະຕິບັດງານຢູ່ ອົດສະຕາລີ
(ພາບ: Reuters)

ໃນລະຫວ່າງວັນທີ 07 – 13 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony J.Blinken ໄດ້ໄປປະຕິບັດງານຢູ່ ອົດສະຕາລີ ແລະ ຟີຈີ ເພື່ອປຶກສາຫາລືກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມື ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ຄວາມສາມາດຟື້ນຟູ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ, ພ້ອມທັງພິສູດໃຫ້ເຫັນວ່າ ການພົວພັນຄູ່ຮ່ວມມືດັ່ງກ່າວແມ່ນນຳມາເຊິ່ງປະສິດທິຜົນ.

        ທີ່ ອົດສະຕາລີ, ທ່ານ Blinken ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກກຸ່ມເຈລະຈາຄວາມໝັ້ນຄົງ 4 ຝ່າຍ (QUAD) ເທື່ອທີ 4 ເຊິ່ງດຳເນີນໃນລະຫວ່າງວັນທີ 09 – 12 ກຸມພາ. ບາງເນື້ອໃນຕົ້ນຕໍຂອງກອງປະຊຸມນີ້ລວມມີ: ຊຸກຍູ້ການຮ່ວມມືກ່ຽວກັບການສະໜອງວັກຊິນກັນໂຄວິດ-19, ໜູນຊ່ວຍມະນຸດສະທຳ/ກູ້ຊ່ວຍໄພພິບັດ, ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ, ຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ຕ້ານຂໍ້ມູນຂ່າວທີ່ຜິດພາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາເຕັກໂນໂລຊີໃໝ່.

        ຖັດຈາກນັ້ນ, ຢູ່ ຟີຈີ, ວັນທີ 12 ກຸມພາ, ທ່ານ Blinken ໄດ້ພົບປະກັບການນຳບັນດາປະເທດເກາະ ປາຊີຟິກ ເພື່ອປຶກສາຫາລືກ່ຽວກັບວິກິດການ ການປ່ຽນແປງຂອງດິນຟ້າອາກາດ, ສະກັດກັ້ນໂລກລະບາດໂຄວິດ-19, ການກູ້ໄພກູ້ຊີບຈາກໄພທຳມະຊາດ…

        ໃນການໄປປະຕິບັດງານສຸດທ້າຍແມ່ນຢູ່ Honolulu, ເມືອງເອກລັດ Hawaii (ອາເມລິກາ), ວັນທີ 12 ກຸມພາ, ທ່ານ Blinken ພ້ອມກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Hayashi  ແລະ ຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ Chung Eui yong ຈະດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍ ອາເມລິກາ - ຍີ່ປຸຸ່ນ - ສ.ເກົາຫຼີ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນບັນຫານິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ