ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ​ເໜືອ

(VOVWORLD) - ວັນທີ 13 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ ແລະ ແຟງລັງ ພ້ອມກັບນາຍົກລັດຖະມົນຕີ ເດນມາກ, ອຽກລັງ, ນອກແວ ແລະ ຊູແອັດ ໄດ້ພົບປະກັນຢູ່ນະຄອນຫຼວງ Helsinki ຂອງແຟງລັງ.
ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ​ເໜືອ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ຕອບສຳພາດຕໍ່ນັກຂ່າວ ພ້ອມກັບທ່ານປະທານາທິບໍດີ ແຟງລັງ (ພາບ: yie)

ການນຳບັນດາປະເທດໄດ້ຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືຢ່າງແຮງລະຫວ່າງ ອາເມລິກາ ແລະ ບັນດາປະເທດ ເອີລົບເໜືອກໍ່ຄືການເພີ່ມທະວີການພົວພັນໃນບັນດາຂົງເຂດຄວາມໝັ້ນຄົງ, ສິ່ງແວດລ້ອມ, ເຕັກໂນໂລຢີ ແລະ ສັງຄົມ.

ບັນດາປະເທດໄດ້ຢັ້ງຢືນຈະສືບຕໍ່ສະໜັບສະໜູນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ ແລະ ສືບຕໍ່ໜູນຊ່ວຍປະເທດນີ້ ຜ່ານການໜູນຊ່ວຍດ້ານຄວາມໝັ້ນຄົງ, ເສດຖະກິດ, ນິຕິກຳ ແລະ ມະນຸດສະທຳ. ບັນດາຝ່າຍກໍ່ຫວັງວ່າ ຊູແອັດຈະເຂົ້າເປັນສະມາຊິກສົນທິສັນຍາອັດລັງຕິກເໜືອ (NATO) ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ