ອາ​ເມ​ລິ​ກາ ເພີ່ມ​ອັດ​ຕາ​ພາ​ສີ​​ສຳ​ລັບ​ສິນ​ຄ້າຫຼາຍ​ປະ​ເພດຂອງ ຈີນ

(VOVWORLD) - ອັດຕາພາສີນຳເຂົ້າສຳລັບລົດໄຟຟ້າ ຈີນ ໄດ້ເພີ່ມຂຶ້ນ ທົບ 4 ເທົ່າ, ຈາກ 25% ໃນເບື້ອງຕົ້ນຂຶ້ນເປັນ 100%; ພາສີ ແປັກເຕີຣີ lithium ສຳລັບລົດໄຟຟ້າ ຈາກ 7,5% ຂຶ້ນເປັນ 25%; ອັດຕາພາສີສຳລັບບາງຜະລິດຕະພັນຈາກອາລູມີນຽມ, ເຫຼັກກ້າ ເພີ່ມຂຶ້ນ 25%.
ອາ​ເມ​ລິ​ກາ ເພີ່ມ​ອັດ​ຕາ​ພາ​ສີ​​ສຳ​ລັບ​ສິນ​ຄ້າຫຼາຍ​ປະ​ເພດຂອງ ຈີນ - ảnh 1ທ່າກ່ຳປັ່ນ Long Beach ຢູ່ California, ອາເມລິກາ (ພາບ: AFP/TTXVN)

ວັນທີ 14 ພຶດສະພາ, ອຳນາດການປົກຄອງ ອາເມລິກາ ໄດ້ແຈ້ງໃຫ້ທ່ານປະທານາທິບໍດີ ອາເມລິກາ, Joe Biden ຕັດສິນໃຈເພີ່ມອັດຕາພາສີສຳລັບສິນຄ້າຫຼາຍປະເພດທີ່ນຳເຂົ້າຈາກ ຈີນ, ເຊັ່ນ: ລົດໄຟຟ້າ, ຊິບຄອມພິວເຕີ, ແປັກເຕີຣີລົດໄຟຟ້າ, ອາລູມີນຽມ, ເຫຼັກກ້າ…

        ລະອຽດ, ອັດຕາພາສີນຳເຂົ້າສຳລັບລົດໄຟຟ້າ ຈີນ ໄດ້ເພີ່ມຂຶ້ນ ທົບ 4 ເທົ່າ, ຈາກ 25% ໃນເບື້ອງຕົ້ນຂຶ້ນເປັນ 100%; ພາສີ ແປັກເຕີຣີ lithium ສຳລັບລົດໄຟຟ້າ ຈາກ 7,5% ຂຶ້ນເປັນ 25%; ອັດຕາພາສີສຳລັບບາງຜະລິດຕະພັນຈາກອາລູມີນຽມ, ເຫຼັກກ້າ ເພີ່ມຂຶ້ນ 25%. ໂດຍລວມແລ້ວ, ເລື່ອງເພີ່ມອັດຕາພາສີສຳລັບສິນຄ້າທີ່ນຳເຂົ້າຈາກຈີນ ມີມູນຄ່າທັງໝົດ 18 ຕື້ USD. ພ້ອມດຽວກັນນັ້ນ, ອຳນາດການປົກຄອງຂອງທ່ານ Joe Biden ຍັງຮັກສາອັດຕາພາສີສຳລັບໝວດສິນຄ້າທີ່ມີມູນຄ່າ 300 ຕື້ USD ເຊິ່ງໄດ້ຍົກອອກມາແຕ່ສະໄໝຂອງທ່ານອະດີດປະທານາທິບໍດີ Donald Trump (2016 – 2020). ອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ການຕັດສິນເພີ່ມອັດຕາພາສີນີ້ ເພື່ອແນໃສ່ປົກປ້ອງຕະຫຼາດພາຍໃນ ແລະ ຜູ້ຜະລິດ ອາເມລິກາ ຕໍ່ບັນດາຜະລິດຕະພັນ ເຊິ່ງ ອາເມລິກາ ຖືວ່າ “ແກ້ງແຍ້ງບໍ່ຍຸຕິທຳ” ຈາກ ຈີນ.


ຕອບກັບ

ຂ່າວ/ບົດ​ອື່ນ