ອາເມລິກາ, ເມັກຊີໂກ ບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາຊາວອົບພະຍົບ

(VOVWORLD) - ວັນທີ 07 ມິຖຸນາ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານໄດ້ຢຸດຕິແຜນການຈັດວາງພາສີເພີ່ມເຕີມແນໃສ່ສິນຄ້າ ເມັກຊີໂກ ໂດຍບໍ່ມີການກຳນົດເວລາ, ພາຍຫລັງ 2 ຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາຊາວອົບພະຍົບເຂົ້າມາຕັ້ງຖິ່ນຖານ.

        ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ Donald Trump ຂຽນວ່າ “ຂ້າພະເຈົ້າມີຄວາມພາກພູມໃຈແຈ້ງຂໍໃຫ້ພວກເພື່ອນຮັບຊາບວ່າ ອາເມລິກາ ບັນລຸໄດ້ຂໍ້ຕົກລົງ ກັບ ເມັກຊີໂກ ກ່ຽວກັບເລື່ອງຄາດວ່າ ອາເມລິກາ ຈະຜັນຂະຫຍາຍການຈັດວາງອັດຕາພາສີໃສ່ ເມັກຊີໂກ ໃນວັນທີ 10 ມິຖຸນາ ນັ້ນໄດ້ຖືກຢຸດຕິລົງແລ້ວ ໂດຍບໍ່ມີການກຳນົດເວລາ. ສ່ວນຝ່າຍ ເມັກຊີໂກ ໄດ້ເຫັນດີເປັນເອກະພາບ ຍົກອອກບັນດາມາດຕະການແຂງກະດ້າງ ເພື່ອສະກັດກັ້ນກະແສຟອງຊາວອົບພະຍົບທີ່ໄປຜ່ານ ເມັກຊີໂກ, ແລະ ໄປເຖິງຊາຍແດນທາງທິດໃຕ້ຂອງພວກເຮົາ. ຂໍ້ຕົກລົງນີ້ໄດ້ສຳເລັດ ເພື່ອຈຳກັດສ່ວນໃຫຍ່, ຫຼື ຢຸດຕິການອົບພະຍົບຢ່າງຜິດກົດໝາຍຈາກ ເມັກຊີໂກ ເຂົ້າ ອາເມລິກາ”.  

ຕອບກັບ

ຂ່າວ/ບົດ​ອື່ນ