ອາ​ເມ​ລິ​ກາ ເລັ່ງ​ທວງໃຫ້ ສປ​ປ.ເກົ​າຫຼີ​ກັບ​ຄື​ສູ່​ການ​ເຈ​ລະ​ຈາ

(VOVWORLD) - ວັນທີ 2 ກັນຍາ, ອາເມລິກາອີກຄັ້ງໜຶ່ງ ໄດ້ຮຽກຮ້ອງໃຫ້ສປປ.ເກົາຫຼີກັບຄືນສູ່ໂຕະເຈລະຈາ, ແລະ ເວົ້າວ່າ ອະນາຄົດທີ່ສົດໄສກ່ວາໃຫ້ແກ່ປະຊາຊົນ ແລະ ປະເທດສປປ.ເກົາຫຼີພວມຢູ່ຕໍ່ໜ້າ.
ອາ​ເມ​ລິ​ກາ ເລັ່ງ​ທວງໃຫ້ ສປ​ປ.ເກົ​າຫຼີ​ກັບ​ຄື​ສູ່​ການ​ເຈ​ລະ​ຈາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ ປະທານ ສປປ.ເກົາຫຼີ Kim Jong-un ໃນກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີຄັ້ງທີ 2 ຢູ່ຮ່າໂນ້ຍ ໃນເດືອນ ມັງກອນ 2020 (ພາບ: AFP)

ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາຢູ່ອາຊີຕາເວັນອອກ ແລະ ປາຊີຟິກເວົ້າວ່າ: “ອຳນາດການປົກຄອງປັດຈຸບັນຂອງ ທ່ານ ປະທານາທິບໍດີ Donald Trump ໄດ້ໃຮການກະທຳແຂງກະດ້າງກ່ວາບໍ່ວ່າ ອຳນາດການປົກຄອງໃດຂອງ ອາເມລິກາ ໃນການຍົກອອກບັນດາການກະທຳຢ່າງແຮງເພື່ອ ໃຫ້ສປປ.ເກົາຫຼີຮູ້ວ່າ ເຂົາເຈົ້າຈະຕ້ອງເຂົ້າຮ່ວມເຈລະຈາ”.

        ໃນເຫດການທີ່ກ່ຽວຂ້ອງໃນວັນດຽວກັນ, ທ່ານ Rob Soofer ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບນະໂຍບາຍປ້ອງກັນລູກສອນໄຟ ແລະ ນິວເຄຼຍໃຫ້ຮູ້ວ່າ ສປປ.ເກົາຫຼີ ພວມສືບຕໍ່ສ້າງບັນດາກຳລັງຄວາມສາມາດລູກສອນໄຟໄລຍະໄກ, ໃນນັ້ນມີລູກສອນໄຟນຳວິຖີຊະນິດໜຶ່ງໄດ້ຍິງຈາກ ກຳປັ່ນດຳນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ