ອາເມລິກາ ເລັ່ງລັດ ໃຫ້ສປປ.ເກົາຫຼີ ກັບຄືນສູ່ການເຈລະຈາ ນິວເຄຼຍ

(VOVWORLD) -ອາເມລິກາ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ປະຕິບັດບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ບໍ່ຄວນມີບັນດາການກະທໍາເກາະຜິດໃນໄລຍະຈະມາເຖິງ.

        ວັນທີ 29 ພະຈິກ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກແຈ້ງການຮຽກຮ້ອງໃຫ້ ສປປ.ເກົາຫຼີ ຈໍາກັດບັນດາການກະທໍາເກາະຜິດ ແລະ ກັບຄືນສູ່ການເຈລະຈາ ກ່ຽວກັບການຫຼຸດຜ່ອນໂຄງການອາວຸດນິວເຄຼຍຂອງປະເທດນີ້. ນີ້ແມ່ນແຈ້ງການທີ່ໄດ້ຍົກອອກມາພາຍຫຼັງ ທີ່ສປປ.ເກົາຫຼີ ຍິງວັດຖຸຈາກລະບົບຍິງຂອງຖານຍິງລູກສອນໄຟຫຼາຍລູກທີ່ມີຂະໜາດໃຫຍ່ຢ່າງລຽນຕິດໃນວັນທີ 28 ພະຈິກ.

        ໃນແຈ້ງການ, ອາເມລິກາ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ປະຕິບັດບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ບໍ່ຄວນມີບັນດາການກະທໍາເກາະຜິດໃນໄລຍະຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ອາເມລິກາ ກໍສະໜີ ໃຫ້ສປປ.ເກົາຫຼີ ກັບຄືນສູ່ການເຈລະຈາ ເພື່ອມຸ່ງໄປເຖິງການປອດນິວເຄຼຍຢ່າງສິ້ນເຊີງ.


ຕອບກັບ

ຂ່າວ/ບົດ​ອື່ນ