ອາ​ເມ​ລິ​ກາ ເລັ່ງ​ໃຫ້ ຕວັກ​ກີ ແລະ ຮຸງ​ກາ​ຣີ ຕົກ​ລົງ​ເຫັນ​ດີ​ໃຫ້ ຊູ​ແອັດ ເຂົ້າ​ຮ່ວມ NATO

(VOVWORLD) -ອາເມລິກາ ພວມເລັ່ງໃຫ້ບັນດາປະເທດສຳພັນທະມິດ ເຊິ່ງລວມມີ ຕວັກກີ ແລະ ຮຸງກາຣີ ໃຫ້ສັດຕະຍາບັນຍິ່ງໄວກໍຍິ່ງດີ.

ວັນທີ 19 ເມສາ, ກ່າວຄຳເຫັນໃນການຢ້ຽມຢາມ ຊູແອັດ ຢູ່ Stockholm, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ເນັ້ນໜັກວ່າ ປະເທດນີ້ ຍິນດີຮັບ ຊູແອັດ ເຂົ້າເປັນສະມາຊິກທີ 32 ຂອງ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ກ່ອນກອງປະຊຸມສຸດຍອດ NATO ເຊິ່ງຄາດວ່າຈະດຳເນີນໃນເດືອນ ກໍລະກົດ ຈະມາເຖິງນີ້. ປັດຈຸບັນ, ອາເມລິກາ ພວມເລັ່ງໃຫ້ບັນດາປະເທດສຳພັນທະມິດ ເຊິ່ງລວມມີ ຕວັກກີ ແລະ ຮຸງກາຣີ ໃຫ້ສັດຕະຍາບັນຍິ່ງໄວກໍຍິ່ງດີ. ເມື່ອເນັ້ນໜັກເຖິງການຊ່ວຍເຫຼືອຂອງ ອາເມລິກາ ທີ່ມີຕໍ່ ຊູແອັດ, ທ່ານລັດຖະມົນຕີ Austin ໃຫ້ຮູ້ວ່າ ວໍຊິງຕັນ ພວມເພີ່ມທະວີການມີໜ້າດ້ານການທະຫານຢູ່ປະເທດ ເອີຣົບເໜືອ ນີ້.

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຊູແອັດ Pal Jonson ກໍສະແດງຄວາມຫວັງວ່າ ປະເທດນີ້ຈະກາຍເປັນສະມາຊິກ NATO ໃນຈຸດເວລາທີ່ສຳພັນທະມິດການທະຫານຈັດກອງປະຊຸມສຸດຍອດ ຢູ່ນະຄອນຫຼວງ Vilnius ຂອງ Litva ໃນເດືອນກໍລະກົດປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ