ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ວິ​ວັດ​ທະ​ນາ​ການ​ຖອນ​ຕົວ​ອອກ​ຈາກ ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ວັນທີ 4 ພະຈິກ, ອຳນາດການປົກຄອງຂອງ ປະທານາທິບໍດີ Donald Trump ເລີ່ມຕົ້ນວິວັດທະນາການຖອນຕົວອອກຈາກ ສັນຍາ ປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢ່າງເປັນທາງການ, ນຳປະເທດອາເມລິກາກາຍເປັນປະເທດທຳອິດທີ່ຖອນຕົວອອກຈາກຂໍ້ຕົກລົງທົ່ວໂລກນີ້.
ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ວິ​ວັດ​ທະ​ນາ​ການ​ຖອນ​ຕົວ​ອອກ​ຈາກ ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບ: AP)

ວັນທີ 4 ພະຈິກ ກະຊວງການຕ່າງປະເທດ ອາເມລິກາ ຍື່ນສະເໜີປະກາດແຈ້ງການກ່ຽວກັບຈຸດປະສົງຂອງການຖອນຕົວອອກຈາກ ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຕໍ່ ເລຂາທິການໃຫຍ່ ສປຊ. ໃນຖະແຫຼງການກ່ຽວກັບເລື່ອງດັ່ງກ່າວ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາໃຫ້ຮູ້ວ່າ “ປະທານາທິບໍດີ Donald Trump ໄດ້ອອກຄຳຕັດສິນຖອນຕົວອອກຈາກສົນທິສັນຍາ ປາຣີ ຍ້ອນວ່າ ການແບບຫາບດ້ານເສດຖະກິດໜັກໜ່ວງ, ບໍ່ມີຄວາມຍຸຕິທຳສຳລັບຜູ້ອອກແຮງງານ, ວິສາຫະກິດ ແລະ ຜູ້ທີ່ເສຍພາສີອາກອນຢູ່ ອາເມລິກາ ໂດຍບັນດາຄຳໝັ້ນສັນຍາເຊິ່ງອາເມລິກາຍົກອອກ”.

ວັນທີ 23 ຕຸລາ, ທ່ານປະທານາທິບໍດີ Donald Trump ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບ ແຜນການຖອນອາເມລິກາອອກຈາກສົນທິສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ໃນບັ້ນຂົນຂວາຍເລືອກຕັ້ງ ປະທານາທິບໍດີ 2016, ທ່ານD. Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຖອນອາເມລິກາອອກຈາກສັນຍາ ປາຣີກ່ຽວກັບການປ່ຽບແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ