ອາ​ເມ​ລິ​ກາ ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດກັບ ຍີ່​ປຸ່ນ ແລະ ສ​.ເກົາຫຼີ

(VOVWORLD) - ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາການນຳ ປຶກສາຫາລືກ່ຽວກັບການເປີດກວ້າງການພົວພັນຮ່ວມມືສາມຝ່າຍຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ກວ້າງກວ່າອີກ, ໃນນັ້ນ ມີການເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດເກາະ ປາຊີຟິກ. 
ອາ​ເມ​ລິ​ກາ ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດກັບ ຍີ່​ປຸ່ນ ແລະ ສ​.ເກົາຫຼີ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol (ພາບ: TTXVN)

ທຳນຽບຂາວແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ຢູ່ຄ້າຍ David, ໃກ້ກັບນະຄອນຫຼວງ ວໍຊິງຕັນ, ໃນວັນທີ 18 ສິງຫາ ຈະມາເຖິງ.

ໃນຖະແຫຼງການຂອງວັນທີ 28 ກໍລະກົດ, ທ່ານ Karine Jean – Pierre ເລຂານຸການສື່ມວນຊົນຂອງທຳນຽບຂາວ ໃຫ້ຮູ້ວ່າ ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາການນຳ ປຶກສາຫາລືກ່ຽວກັບການເປີດກວ້າງການພົວພັນຮ່ວມມືສາມຝ່າຍຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ກວ້າງກວ່າອີກ, ໃນນັ້ນ ມີການເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດເກາະ ປາຊີຟິກ. ຢູ່ກອງປະຊຸມ, ບັນດາປະເທດ ຈະຍົກອອກວິໄສທັດລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງທົ່ວໂລກ ແລະ ພາກພື້ນ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງຕາມລະບຽບກົດໝາຍ ແລະ ຄວາມວັດທະນາຖາວອນຂອງເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ