ອາ​ເມ​ລິ​ກາ, ແບນ​ຊິກ ໜູນ​ຊ່ວຍ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ນັບ​ລ້ານ​ໂດ​ສ​ ໃຫ​້​ແກ່​ບັນ​ດາ​ປະ​ເທດ

(VOVWORLD) -ອາເມລິກາ ໄດ້ອຸປະຖຳ ແລະ ຂົນສົ່ງວັກຊິນກັນພະຍາດໂຄວິດ - 19 ຈຳນວນກວ່າ 110 ລ້ານໂດສ ໄປຍັງກວ່າ 60 ປະເທດ ແລະ ເຂດແຄວ້ນ. 
ອາ​ເມ​ລິ​ກາ, ແບນ​ຊິກ ໜູນ​ຊ່ວຍ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ນັບ​ລ້ານ​ໂດ​ສ​ ໃຫ​້​ແກ່​ບັນ​ດາ​ປະ​ເທດ - ảnh 1ວັກຊິນ Moderna ກັນພະຍາດໂຄວິດ - 19 (ພາບ: AFP/TTXVN)

ວັນທີ 03 ສິງຫາ, ທຳນຽບຂາວໄດ້ແຈ້ງໃຫ້ຊາບວ່າ ອາເມລິກາ ໄດ້ອຸປະຖຳ ແລະ ຂົນສົ່ງວັກຊິນກັນພະຍາດໂຄວິດ - 19 ຈຳນວນກວ່າ 110 ລ້ານໂດສ ໄປຍັງກວ່າ 60 ປະເທດ ແລະ ເຂດແຄວ້ນ. ການກະທຳດັ່ງກ່າວ ຖືກດຳເນີນພາຍຫຼັງທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ປະກາດແຜນການແບ່ງປັນວັກຊິນໃນທົ່ວໂລກ ເປັນໃນເວລາ 2 ເດືອນ. ທຳນຽບຂາວໃຫ້ຮູ້ວ່າ ປະລິມານວັກຊິນສ່ວນຫຼາຍດັ່ງກ່າວ ແມ່ນໄດ້ແບ່ງປັນຜ່ານໂຄງການ COVAX. ກ່ອນໜ້ານັ້ນ, ເດືອນມິຖຸນາ, ທ່ານປະທານາທິບໍດີ Joe Biden ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳວັກຊິນ Pfizer ຈຳນວນ 500 ລ້ານໂດສ ໃຫ້ແກ່ 92 ປະເທດ ທີ່ມີລາຍຮັບຕ່ຳກວ່າ, ໃນນັ້ນ ມີ 200 ລ້ານໂດສ ຈະໄດ້ຮັບການສະໜອງໃນປີນີ້, 300 ລ້ານໂດສທີ່ຍັງເຫຼືອແມ່ນຈະໄດ້ຈັດແບ່ງໃນຊຸມເດືອນຕົ້ນປີ 2022.

ໃນຂະນະນັ້ນ, ຢູ່ ບຣຸກແຊນ, ນັບແຕ່ນີ້ຮອດທ້າຍປີ 2021, ແບນຊິກຈະອຸປະຖຳວັກຊິນກັນພະຍາດໂຄວິດ - 19 ຈຳນວນ 4 ລ້ານໂດສ ໃຫ້ແກ່ໂຄງການ COVAX.


 

ຕອບກັບ

ຂ່າວ/ບົດ​ອື່ນ