ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນໃນການຮ່ວມມືພັດທະນາກ່ຽວກັບເຕັກໂນໂລຊີ

(VOVWORLD) - ການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາວິສາຫະກິດກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານຂອງ ອາເມລິກາ ອາດຈະນຳມາເຊິ່ງບັນດາຜົນປະໂຫຍດໃນການຍົກສູງກຳລັງຄວາມສາມາດປ້ອງກັນ, ສະກັດກັ້ນບັນດາໄພນາບຂູ່ທາງອິນເຕີເນັດ
ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນໃນການຮ່ວມມືພັດທະນາກ່ຽວກັບເຕັກໂນໂລຊີ - ảnh 1ການພົບປະລະຫວ່າງສອງຝ່າຍ

ຕອນບ່າຍວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ຕ້ອນຮັບທ່ານສາດສະດາຈານ Thomas J. Vallely, ທີ່ປຶກສາຂັ້ນສູງຂອງມະຫາວິທະຍາໄລ Harvard Kennedy, ປະເທດ ອາເມລິກາ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ ຢັ້ງຢືນວ່າ: ກະຊວງຕຳຫຼວດ ຫວຽດນາມ ມີຄວາມເອົາໃຈໃສ່ເຖິງໂຄງການຮ່ວມມື, ແລກປ່ຽນວິຊາສະເພາະກັບບັນດາສະຖາບັນ, ສູນຄົ້ນຄ້ວາຂອງມະຫາວິທະຍາໄລ Harvard ທີ່ສຸດ; ເນັ້ນໜັກວ່າ ລັດຖະບານ ແລະ ກະຊວງຕຳຫຼວດ ຫວຽດນາມ ຍາມໃດກໍ່ໃຫ້ຄວາມສົນໃຈບັນດາການເຄື່ອນໄຫວຮ່ວມມືກັບບັນດາປະເທດພັດທະນາກ່ຽວກັບເຕັກໂນໂລຊີ, ໃນນັ້ນ, ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນ. ການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາວິສາຫະກິດກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານຂອງ ອາເມລິກາ ອາດຈະນຳມາເຊິ່ງບັນດາຜົນປະໂຫຍດໃນການຍົກສູງກຳລັງຄວາມສາມາດປ້ອງກັນ, ສະກັດກັ້ນບັນດາໄພນາບຂູ່ທາງອິນເຕີເນັດ, ພັດທະນາບັນດາມາດຕະການດ້ານຄວາມໝັ້ນຄົງ ແລະ ຍົກສູງປະສິດທິຜົນການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດຢູ່ ຫວຽດນາມ ຫຼາຍພໍສົມຄວນ.

        ສ່ວນທ່ານ ສາດສະດາຈານ Thomas J. Vallely ເນັ້ນໜັກວ່າ: ຫວຽດນາມ ມີຫຼາຍກາລະໂອກາດເພື່ອຜັນຂະຫຍາຍ ແລະ ພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີປັນຍາປະດິດ (AI); ປາດຖະໜາວ່າ ຫວຽດນາມ ແລະ ອາເມລິກາ ຈະຍູ້ແຮງການຮ່ວມມືໃນການຕ່ໍສູ້ປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ