ອາເມລິກາ ແມ່ນຕະຫຼາດຈຳໜ່າຍສິນຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ

ອາເມລິກາ ແມ່ນຕະຫຼາດຈຳໜ່າຍສິນຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ  - ảnh 1
ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ​ແມ່ນ​ປະ​ເພດ​ສິນຄ້າ​ນຳ​ໜ້າ​ກ່ຽວ​ກັບ​ການ​ສົ່ງ​ອອກຂອງ​ ຫວຽດນາມ ​ເຂົ້າ​ຕະຫຼາດ ອາ​ເມ​ລິ​ກາ
(ພາບ:nguyentandung.org)

(vovworld) – ​ຕາມ​ກົ​ມ​ໃຫຍ່​ພາສີ​ ຫວຽດນາມ ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ອາ​ເມ​ລິ​ກາ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງຫວຽດນາມ ​ໃນ​ທົ່ວ​​ໂລກ, ຖັດຈາກ ຈີນ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​​ໃຫຍ່​ອັນ​ດັບ 1 ຂອງ ຫວຽດນາມ ​ໃນ​ທະວີບ ອາ​ເມ​ລິ​ກາ. ​​ດຸ່ນການ​ຄ້າ​ຂອງ ຫວຽດນາມ ​ໃນ​ການ​ແລກປ່ຽນ​ການ​ຄ້າກັບ ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ຮັກສາ​ລະດັບ ​ເຫຼືອເຟືອ​ຫຼາຍ. ຮອດ​ປີ 2012, ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ ​ເຂົ້າ ອາ​ເມ​ລິ​ກາ​ ສູງ​ທົບ 4 ​ເທົ່າ​ເມື່ອ​ທຽບ​ໃສ່​ວົງ​ເງິນ​ນຳ​ເຂົ້າ​ສິນຄ້າ​ຂອງ​ທົ່ວ​ປະ​ເທດ. ​ໃນ​ນັ້ນ, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ​ແມ່ນ​ປະ​ເພດ​ສິນຄ້າ​ນຳ​ໜ້າ​ກ່ຽວ​ກັບ​ການ​ສົ່ງ​ອອກຂອງ​ ຫວຽດນາມ ​ເຂົ້າ​ຕະຫຼາດ ອາ​ເມ​ລິ​ກາ ດ້ວຍ​ຍອດ​ມູນ​ຄ່າ​ສົ່ງ​ອອກ​ໃນ​ປີ 2012 ​ແມ່ນ 7,4 ຕື້ USD. ​ໃນ 6 ​ເດືອ​ນຕົ້ນ​ປີ 2013, ອາ​ເມ​ລິ​ກາ ສືບ​ຕໍ່​ແມ່ນ​ຕະຫຼາດ​ນຳ​ເຂົ້າ​ສິນຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດນາມ ດ້ວຍ​ຍອດ​ມູນ​ຄ່າ​ບັນລຸ​ເກືອບ 10,9 ຕື້ USD, ​ເພີ່ມ​ຂຶ້ນ 17,2% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ ​ແລະ ກວມ​ເຖິງ 17,4% ຍອດ​ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ