ອາ​ເມ​ລິ​ກາ ແລະ NATO ເລີ່ມ​ຖອ​ນ​ກຳ​ລັງ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -  ອາເມລິກາ ແລະ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ໄດ້ເລີ່ມຖອນກຳລັງທະຫານອອກຈາກ ອາບການິດສະຖານ. 
ອາ​ເມ​ລິ​ກາ ແລະ NATO ເລີ່ມ​ຖອ​ນ​ກຳ​ລັງ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ - ảnh 1 ພົນທະຫານ ອາເມລິກາ ພ້ອມດ້ວຍກໍາລັງປ້ອງກັນຄວາມສະຫງົບຂອງ ອາບການິດສະຖານ (ພາບ: AP)

   ອາເມລິກາ ແລະ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ໄດ້ເລີ່ມຖອນກຳລັງທະຫານອອກຈາກ ອາບການິດສະຖານ. ນີ້ແມ່ນຂໍ້ມູນທີ່ທ່ານ ພົນຕີ Austin Scott Miller, ຜູ້ບັນຊາການບັນດາກຳລັງສາກົນ ປະຈຳ ອາບການິດສະຖານ ໂດຍ ອາເມລິກາ ນຳໜ້າ ໄດ້ປະກາດໃນກອງປະຊຸມຂ່າວເມື່ອວັນທີ 25 ເມສາ.

        ຕາມນັ້ນແລ້ວ, ສຳພັນທະມິດ ໂດຍ ອາເມລິກາ ນຳໜ້າ ຈະຖອນຕົວອອກຈາກຖານທີ່ໝັ້ນຫຼາຍແຫ່ງຢູ່ ອາບການິດສະຖານ ແລະ ຫຼັງຈາກຖອນກຳລັງທັງໝົດ, ບັນດາຖານທີ່ໝັ້ນເຫຼົ່ານັ້ນ ຈະໄດ້ມອບໃຫ້ກຳລັງປະກອບອາວຸດຂອງ ອາບການິດສະຖານ. ແຈ້ງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ທ່ານເລຂາທິການໃຫຍ່ NATO Jens Stoltenberg ເປີດເຜີຍແຜນການຂອງກຸ່ມການທະຫານດັ່ງກ່າວ ກ່ຽວກັບການເລີ່ມຖອນກຳລັງທະຫານອອກຈາກ ອາບການິດສະຖານ ນັບແຕ່ວັນທີ 1 ພຶດສະພາ.


ຕອບກັບ

ຂ່າວ/ບົດ​ອື່ນ