ອາເມລິກາ ແລະ ກຸຍບາ ກຳນົດວັນເຈລະຈາຫັນການພົວພັນເປັນປົກກະຕິ

ອາເມລິກາ ແລະ ກຸຍບາ ກຳນົດວັນເຈລະຈາຫັນການພົວພັນເປັນປົກກະຕິ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 08/01, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Brack Obama ​​ໄດ້ແຈ້ງ​ໃຫ້​ຮູ້ວ່າ, ການ​ເຈລະຈາຄັ້ງ​ທຳ​ອິດກ່ຽວ​ກັບ​ການ​ຫັນ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ​ເປັນ​ປົກກະຕິ ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ 01 ນີ້. ​ໂຄສົກ​ສຳນຽບຂາວ, ທ່ານ​ນາງ Jen Psaki ​ໃຫ້​ຮູ້​ວ່າ ຜູ້​ຊ່ວຍວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ ຮັບຜິດຊອບ​ພາກ​ພື້ນ​ອາ​ເມ​ລິ​ກາ ລາຕີ​ນ, ທ່ານ​ນາງ Roberta Jacobson ຈະ​ໄປ​ຢ້ຽມຢາມ​ກຸຍ​ບາ ​ໃນ​ວັນ​ທີ 21 – 22/01 ​ເພື່ອ​ເປັນ​ເຈົ້າພາບ​ຮ່ວມການ​ເຈລະຈາ​ຄັ້ງ​ທຳ​ອິດ​ກັບ​ບັນດາຜູ້​ຮ່ວມ​ອາຊີບກຸຍ​ບາ ກ່ຽວ​ກັບ​ບັນຫາ​ດັ່ງກ່າວ. ຕາມ​ແຜນການ​ແລ້ວ, ການ​ຢ້ຽມຢາມ ​ແລະ ບັນດາ​ການ​ເຈລະຈາ​ດັ່ງກ່າວ ​​ແມ່ນ​ສຸມ​ໃສ່​ບັນຫາຜູ້​ເຂົ້າອາ​ໄສ, ​ແຕ່​ປະຈຸ​ບັນ​ໄດ້​ເພີ່ມ​ທັງ​ບັນດາ​ບາດກ້າວ​ລະອຽດ​ເພື່ອ​ຫັນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເປັນ​ປົກກະຕິ. 2 ຝ່າຍ​ຍັງ​ປຶກສາ​ຫາລື​​ໂຄງການ​ດຳ​ເນີນ​ງານ​ລະອຽດ​ຂອງ​ການ​ເຈລະຈາ, ​ແຕ່​ແນ່ນອນ​ວ່າ ​ໃນ​ນັ້ນ​ມີ​ບັນຫາ​ເປີດ​ສະຖານທູດ​ຢູ່​ນະຄອນຫຼວງ​ລະຫວ່າງ 2 ປະ​ເທດ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ