ອາເມລິກາ ແລະ ຈີນ ປະກາດມາດຕະການໂຕ້ຕອບການຂຶ້ນພາສີຢ່າງລຽນຕິດ

(VOVWORLD) - ວັນທີ 23 ສິງຫາ, ຄະນະກຳມະການນະໂຍບາຍພາສີອາກອນຂຶ້ນກັບຄະນະລັດຖະບານ ຈີນ ໄດ້ປະກາດວ່າ ປັກກິ່ງ ຈະຈັດວາງອັດຕາພາສີເພີ່ມເຕີມຕໍ່ສິນຄ້າທີ່ມີມູນຄ່າ 75 ຕື້ USD ຂອງ ອາເມລິກາ. 
ອາເມລິກາ ແລະ ຈີນ ປະກາດມາດຕະການໂຕ້ຕອບການຂຶ້ນພາສີຢ່າງລຽນຕິດ - ảnh 1 ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: Reuters

ຕາມນັ້ນແລ້ວ, ນັບແຕ່ວັນທີ 01 ກັນຍາ, ສິນຄ້າ ອາເມລິກາ ທີ່ສົ່ງອອກໄປຍັງ ຈີນ ກ່ວາ 5000 ປະເພດ, ໃນນັ້ນ ຜະລິດຕະພັນກະເສດ, ນ້ຳມັນດິບ, ເຮືອບິນຂະໜາດນ້ອຍ…ຈະຖືກຈັດວາງອັດຕາພາສີເພີ່ມເຕີມແຕ່ 5% - 10%. ນອກນັ້ນ, ຈີນ ໄດ້ຕົກລົງ ຈະເຊື່ອມຕໍ່ການຈັດວາງອັດຕາພາສີເພີ່ມເຕີມ 25% ຫຼື 5% ຕໍ່ລົດໂອໂຕ ແລະ ເຄື່ອງອາໄຫຼ່ທີ່ນຳເຂົ້າຈາກ ອາເມລິກາ ຄືນໃໝ່. ເລື່ອງຈັດວາງອັດຕາພາສີເພີ່ມເຕີມຕໍ່ລົດໂອໂຕ ແລະ ເຄື່ອງອາໄຫຼ່ນີ້ ຈະມີຜົນສັກສິດນັບແຕ່ເວລາ 00 ໂມງ 01 ນາທີ ວັນທີ 15 ທັນວາ ຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ປະກາດການໂຕ້ຕອບຕໍ່ການຕັດສິນໃຈຈັດວາງອັດຕາພາສີຄັ້ງຫຼ້າສຸດຂອງ ຈີນ. ຕາມນັ້ນແລ້ວ, ບັນດາຂໍ້ຕົກລົງຈັດວາງອັດຕາພາສີຂອງ ອາເມລິກາ ແນໃສ່ສິນຄ້າ ຈີນ ໃນໄລຍະຈະມາເຖິງ ຈະເພີ່ມຂຶ້ນຕື່ມອີກ 5%. ປະກາດໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ໄດ້ຕຳໜິຕິຕຽນການຕັດສິນໃຈຄັ້ງຫຼ້າສຸດຂອງ ຈີນ, ພ້ອມທັງ ຢືນຢັນວ່າ ວໍຊິງຕັນ ຈະມີການກະທຳຢ່າງແຮງ.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Donald Trump ມີການປະຊຸມກັບຄະນະເຈລະຈາດ້ານການຄ້າ ອາເມລິກາ ຢູ່ທຳນຽບຂາວ ແລະ ຮຽກຮ້ອງໃຫ້ບັນດາວິສາຫະກິດ ອາເມລິກາ ຢຸດຕິບັນດາການເຄື່ອນໄຫວຜະລິດຢູ່ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ