ອາເມລິກາ ແລະ ຈີນ ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານດິນຟ້າອາກາດ

(VOVWORLD) - ອາເມລິກາ ແລະ ຈີນ ຈະເລີ່ມເຄື່ອນໄຫວບັນດາການໂອ້ລົມສົນທະນາສອງຝ່າຍກ່ຽວກັບນະໂຍບາຍ ແລະ ຍຸດທະສາດພະລັງງານ, ພ້ອມທັງສຸມໃສ່ບັນດາມາດຕະການຫລຸດຜ່ອນອາຍພິດກາກບອນ ແລະ ປະຢັດພະລັງງານ

ວັນທີ 15 ພະຈິກ, ໃນຖະແຫຼງການໂດຍສຳນັກຂ່າວສານຊິນຮວາ ແລະ ກະຊວງການຕ່າງປະເທດ ອາເມລິກາ ປະກາດ, ພາຍຫຼັງການພົບປະລະຫວ່າງທ່ານ John Kerry, ທູດພິເສດກ່ຽວກັບດ້ານດິນຟ້າອາກາດ ຂອງອາເມລິກາ ແລະ ຈີນ ແມ່ນທ່ານ ເຊ້ຍເຈິ້ນຫົວ, ແຕ່ວັນທີ 4 – 7 ພະຈິກ, ຢູ່ເຂດຕາດອາກາດ Sunnylands, California, ສອງປະເທດໄດ້ຢັ້ງຢືນຄຳໝັ້ນສັນຍາດຳເນີນການໂອ້ລົມສົນທະນາ ແລະ ການຮ່ວມມືເພື່ອແນໃສ່ຍູ້ແຮງບັນດາການເຄື່ອນໄຫວລະອຽດກ່ຽວກັບດິນຟ້າອາກາດ. ອາເມລິກາ ແລະ ຈີນ ຈະເລີ່ມເຄື່ອນໄຫວບັນດາການໂອ້ລົມສົນທະນາສອງຝ່າຍກ່ຽວກັບນະໂຍບາຍ ແລະ ຍຸດທະສາດພະລັງງານ, ພ້ອມທັງສຸມໃສ່ບັນດາມາດຕະການຫລຸດຜ່ອນອາຍພິດກາກບອນ ແລະ ປະຢັດພະລັງງານ. ຖະແຫຼງການຮ່ວມກໍ່ເນັ້ນໜັກວ່າ: ອາເມລິກາ ແລະ ຈີນ ເຫັນດີເປັນເອກະພາບວາງອອກ ແລະ ຍົກອອກບັນດາເປົ້າໝາຍ, ການກະທຳ ເພື່ອແນໃສ່ຫລຸດຜ່ອນອາຍພິດ methane ເຂົ້າໃນແຜນການຫລຸດຜ່ອນອາຍພິດປີ 2035, ທີ່ໄດ້ເອີ້ນວ່າ: ການປະກອບສ່ວນໂດຍປະເທດຊາດຕັດສິນເອງ (NDC). ຖະແຫຼງການຮ່ວມກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາຂອງສອງປະເທດກ່ຽວກັບບັນດາເປົ້າໝາຍໃນສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີເປົ້າໝາຍຕ້ານການເພີ່ມອຸນຫະພູມທົ່ວໂລກຂຶ້ນ 2 ອົງສາ C ແລະ ດີທີ່ສຸດແມ່ນບໍ່ເກີນ 1,5 ອົງສາ C ເມື່ອທຽບໃສ່ໄລຍະກ່ອນຍຸກອຸດສາຫະກຳ.

 

ຕອບກັບ

ຂ່າວ/ບົດ​ອື່ນ