ອາເມລິກາ ແລະ ຈີນ ເຫັນດີເປັນເອກະພາບ ມຸ່ງໄປເຖິງການພົບປະສຸດຍອດສອງຝ່າຍ

(VOVWORLD) - ຕາມທ່ານ Kirby ແລ້ວ, ການພົບປະນີ້ຍັງມີການເຂົ້າຮ່ວມຂອງທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken.
ອາເມລິກາ ແລະ ຈີນ ເຫັນດີເປັນເອກະພາບ ມຸ່ງໄປເຖິງການພົບປະສຸດຍອດສອງຝ່າຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: ກະຊວງການຕ່າງປະເທດ ຈີນ)

ວັນທີ 27 ຕຸລາ, ທ່ານ John Kirby, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນການພົບປະທີ່ແກ່ຍາວເປັນເວລາ 1 ຊົ່ວໂມງກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢູ່ ວໍຊິງຕັນ, ເຊິ່ງພວມຢ້ຽມຢາມ ອາເມລິກາ ເປັນເວລາ 2 ວັນເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ. ຕາມທ່ານ Kirby ແລ້ວ, ການພົບປະນີ້ຍັງມີການເຂົ້າຮ່ວມຂອງທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken. ພາຍຫຼັງການພົບປະກັບນັກການທູດແຖວໜ້າຂອງ ຈີນ, ທ່ານປະທານາທິບໍດີ Biden ໄດ້ຕີລາຄາ ນີ້ແມ່ນ “ໂອກາດດີ” ແລະ ແມ່ນ “ການພັດທະນາທີ່ຕັ້ງໜ້າ”. ການນຳ ອາເມລິກາ ໄດ້ຕັ້ງຄວາມຫວັງເຂົ້າໃນການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນອະນາຄົດໃກ້ໆນີ້ ແຕ່ປະຈຸບັນບຍັງບໍ່ທັນຮູ້ວ່າ ການພົບປະຈະຈັດຂຶ້ນຢູ່ໃສ.

        ແລະກໍ່ໃນວັນດຽວກັນ, ທຳນຽບຂາວ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Biden ໄດ້ເວົ້າ ກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ວ່າ: ສອງປະເທດ ຄວນ “ຄຸ້ມຄອງຢ່າງມີການແກ່ງແຍ້ງໃນການພົວພັນນີ້ດ້ວຍຄວາມຮັບຜິດຊອບ ແລະ ຮັກສາສາຍຕິດຕໍ່ພົວພັນເປັນປະຈຳ”. ສຳລັບການປະທະກັນພວມເກີດຂຶ້ນລະຫວ່າງ ກຳລັງ ຮາມາດ ຂອງປາແລດສະຕິນ ແລະ ລັດ ອິດສະຣາແອນ, ທ່ານ Biden ຖືວ່າ ອາເມລິກາ ແລະ ຈີນ ຄວນຮ່ວມມືເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ