ອາເມລິກາ ແລະ ຈີນ ເຫັນດີເປັນເອກະພາບຊຸກຍູ້ການພົວພັນສອງຝ່າຍຕາມທິດໂປ່ງໃສ, ສະຖຽນລະພາບ ແລະ ແບບຍືນຍົງ

(VOVWORLD) - ສອງປະເທດຕ້ອງປະຕິບັດຄວາມຮັບຮູ້ລວມທີ່ບັນລຸໄດ້ພາຍຫຼັງການພົບປະສຸດຍອດຫວ່າງແລ້ວນີ້ລະຫວ່າງທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ຢູ່ San Francisco (ປະເທດ ອາເມລິກາ)
ອາເມລິກາ ແລະ ຈີນ ເຫັນດີເປັນເອກະພາບຊຸກຍູ້ການພົວພັນສອງຝ່າຍຕາມທິດໂປ່ງໃສ, ສະຖຽນລະພາບ ແລະ ແບບຍືນຍົງ - ảnh 1ທ່ານ ຫວາງອີ ແລະ ທ່ານ Antony Blinken
(ພາບ: AFP/TTXVN)

ວັນທີ 6 ທັນວາ, ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ໄດ້ດຳເນີນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ ທ່ານ Antony Blinken ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ພ້ອມກັບບັນດາບັນຫາສາກົນຄືສະພາບການຢູ່ຕາເວັນອອກກາງ ແລະ ການປະທະກັນ ຮາມາດ - ອິດສະຣາແອນ. ກ່າວຄຳເຫັນທີ່ການໂອ້ລົມທາງໂທລະສັບ, ທ່ານ ຫວາງອີ ໄດ້ເນັ້ນໜັກວ່າ: ສອງປະເທດຕ້ອງປະຕິບັດຄວາມຮັບຮູ້ລວມທີ່ບັນລຸໄດ້ພາຍຫຼັງການພົບປະສຸດຍອດຫວ່າງແລ້ວນີ້ລະຫວ່າງທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ຢູ່ San Francisco (ປະເທດ ອາເມລິກາ), ເພື່ອແນໃສ່ປັບປຸງຄວາມສະຖຽນລະພາບຂອງການພົວພັນລະຫວ່າງ ຈີນ - ອາເມລິກາ, ຊຸກຍູ້ການພົວພັນ ຈີນ - ອາເມລິກາ ພັດທະນາຕາມທິດໂປ່ງໃສ, ສະຖຽນລະພາບ ແລະ ຍືນຍົງ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກໍ່ແບ່ງປັນທັດສະນະຂອງ ວໍຊິງຕັນ ກ່ຽວກັບບັນຫາ ຕາເວັນອອກກາງ ແລະ ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ, ໃນນັ້ນ ທ່ານໄດ້ເນັ້ນໜັກເຖິງການສະໜັບສະໜູນສຳລັບມາດຕະການສອງລັດ; ເຫັນດີເປັນເອກະພາບ ຮັກສາການຕິດຕໍ່ພົວພັນກ່ຽວກັບສະພາບການ ຢູ່ຕາເວັນອອກກາງ.

        ໄລຍະຜ່ານມາ, ອາເມລິກາ ແລະ ຈີນ ມີຫຼາຍການກະທຳການຕ່າງປະເທດ ເພື່ອແນໃສ່ປັບປຸງການພົວພັນສອງຝ່າຍ. ໃນກາງເດືອນ ພະຈິກ ຜ່ານມາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ພົບປະຢູ່ນອກສັບປະດາສຸດຍອດເວທີປາໄສ ຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ໃນນັ້ນກໍ່ຢັ້ງຢືນຄວາມສຳຄັນຂອງການພົວພັນສອງຝ່າຍ, ພ້ອມທັງເຫັນດີຖືວ່າ ຕ້ອງຄຸ້ມຄອງການພົວພັນນີ້ຢ່າງມີຄວາມຮັບຜິດຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ