ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ກ່າວ​ປະ​ນາມ ຈີນ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຢູ່ອ້ອມ​ແອ້ມ​ ໄຕ​້​ຫວັນ (ຈີນ)

(VOVWORLD) -ວັນທີ 04 ສິງຫາ, ທໍານຽບຂາວໄດ້ກ່າວປະນາມຕໍ່ເລື່ອງ ຈີນ ຍິງລູກສອນໄຟນຳວິທີ 11 ລູກຢູ່ອ້ອມແອ້ມ ໄຕ້ຫວັນ (ຈີນ) ແລະ ເນັ້ນໜັກວ່າ ການກະທຳຂອງ ຈີນ ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ. 
ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ກ່າວ​ປະ​ນາມ ຈີນ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຢູ່ອ້ອມ​ແອ້ມ​ ໄຕ​້​ຫວັນ (ຈີນ) - ảnh 1ໂທລະພາບຈີນ ໃຫ້ຂ່າວກ່ຽວກັບການຍິງລູກສອນໄຟ (ພາບ: The Guardian)

ການກະທຳດັ່ງກ່າວຂອງ ຈີນ ໄດ້ດຳເນີນພາຍຫຼັງທີ່ທ່ານນາງ Nancy Pelosi ປະທານສະພາຕ່ຳ ອາເມລິກາ ໄປຢ້ຽມຢາມ ໄຕ້ຫວັນ (ຈີນ) ໃນວັນທີ 03 ສິງຫາ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຢ່າງແຮງຂອງ ຈີນ.

        ກ່ຽວຂ້ອງເຖິງບັນຫານີ້, ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ 5 ໃນ 11 ລູກສອນໄຟນຳວິຖີທີ່ຍິງໃນບັ້ນຊ້ອມຮົບຂອງ ຈີນ ໄດ້ຕົກໃສ່ເຂດເສດຖະກິດຈຳເພາະ (EEZ) ຂອງ ຍີ່ປຸ່ນ ແລະ ມີອີກລູກໜຶ່ງແມ່ນຕົກໃສ່ນອກເຂດເສດຖະກິດຂອງ ຍີ່ປຸ່ນ ແຕ່ຫ່າງຈາກເກາະ Yonaguni ຢູ່ Okinawa ປະມານ 80 ກິໂລແມັດ ເທົ່ານັ້ນ. ທ່ານ Nobuo Kishi ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢັ້ງຢືນວ່າ ເຫດຍິງລູກສອນໄຟດັ່ງກ່າວ ໄດ້ສົ່ງຜົນສະທ້ອນຕໍ່ຄວາມໝັ້ນຄົງຂອງ ຍີ່ປຸ່ນ ແລະ ຄວາມປອດໄພຂອງປະຊາຊົນ.

ຟ້າມຮວັນ, ຮວ່າງຫງວຽນ - ນັກຂ່າວ VOV ປະຈຳ ອາເມລິກາ ແລະ ຍີ່ປຸ່ນ.


 

ຕອບກັບ

ຂ່າວ/ບົດ​ອື່ນ