ອາເມລິກາ ແລະ ຍີ່ປຸ່ນ ຢືນຢັນຄືນໃໝ່ການພົວພັນສຳພັນທະມິດ

ອາເມລິກາ ແລະ ຍີ່ປຸ່ນ ຢືນຢັນຄືນໃໝ່ການພົວພັນສຳພັນທະມິດ - ảnh 1
ທ່ານ James Mattis  ແລະ ທ່ານ Shinzo Abe
(ພາບອິນເຕີແນັດ)

(vovworld) - ​​ ​ ວັນ​ທີ 03/02, ທ່ານ James Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ພວມ​ມີ​ການ​ຢ້ຽມຢາມ ຍີ່ປຸ່ນ ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຂອງ ວໍ​ຊິງ​ຕັນ ສຳລັບ ​ໂຕ​ກຽວ ກ່ຽວ​ກັບ​ຂໍ້​ຕົກ​ລົງປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢູ່​ນະຄອນຫລວງ ​ໂຕ​ກຽວ. ທ່ານ James Mattis ​ເນັ້ນ​ໜັກ​ວ່າ: ບໍ່​ມີຄວາມ​ສົງ​ໄສ​ຕໍ່​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ສຳລັບ​ການ​ພົວພັນ​ສຳພັນ​ທະ​ມິດ​ທີ່​ເປັນ​​ເວລາຫລາຍ​ປີ​ນີ້. ຕາມ​ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ແລ້ວ, ວໍ​ຊິງ​ຕັນ ຮັກສາ​ຫຼັກ​ໝັ້ນ​ກັບ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ແລະ ປະຊາ​ຊົນ ຍີ່ປຸ່ນ ​ໄວ້ຢ່າງ​ໝັ້ນຄົງ. ກ່ຽວ​ກັບ​ຝ່າຍ ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ Shinzo Abe, ຜູ້​ທີ່​ຄາດ​ຄະ​ເນວ່າ​ຈະ​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donal Trump ​ໃນ​ອາທິດ​ໜ້າ​ຢູ່ ວໍ​ຊິງ​ຕັນ ​ໃຫ້​ຮູ້​ວ່າ: ທ່ານ​ເຊື່ອ​ໝັ້ນ​ວ່າ ພ້ອມ​ກັບ​ທ່ານ​ປະທານາທິບໍດີ Donal Trump ​ແລະ ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ James Mattis, ອາ​ເມ​ລິ​ກາ - ຍີ່ປຸ່ນ​ ສາມາດພິສຸດ​ໃຫ້​​ໂລກເຫັນ​ໄດ້ “ສຳພັນ​ທະ​ມິດ​ທີ່ໝັ້ນຄົງ” ລະຫວ່າງ 2 ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ