ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງການຄ້າ

(VOVWORLD) - ວັນທີ 25 ສິງຫາ, ກ່າວຄຳເຫັນຢູ່ນອກກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ຢູ່ ຝຣັ່ງ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນວ່າ ອາເມລິກາ ແລະ ຍີ່ປຸ່ນ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາປັດໄຈຫຼັກແຫຼ່ງທີ່ກ່ຽວຂ້ອງເຖິງການແລກປ່ຽນຜະລິດຕະພັນກະເສດ ແລະ ສິນຄ້າອຸດສາຫະກຳ.

 ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເຫັນດີວ່າ: ຍີ່ປຸ່ນ ຈະຊື້ສາລີຂອງ ອາເມລິກາ ຕື່ມອີກ. ແຕ່ໃນນັ້ນ, ອັດຕາພາສີລົດໂອໂຕຈະບໍ່ປ່ຽນແປງໃນຂໍ້ຕົກລົງສຸດທ້າຍ.

ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງການຄ້າ - ảnh 1ທ່ານລັດຖະມົນຕີກະຊວງເສດຖະກິດ ຍີ່ປຸ່ນ Toshimitsu Motegi ແລະ ຜູ້ຕາງໜ້າການຄ້າ ອາເມລິກາ  Robert Lighthizer ພາບ: Kyodo/TTXVN

        ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢືນຢັນວ່າ: 2 ປະເທດບັນລຸໄດ້ຄວາມເຫັນດີເຫັນພ້ອມ ພາຍຫລັງການປຶກສາຫາລືຢ່າງຮີບດ່ວນ. ທ່ານນາຍົກລັດຖະມົນຕີ Shinzo Abe ວາງຄາດໝາຍ ຈະເຊັນຂໍ້ຕົກລົງການຄ້າ 2 ຝ່າຍກັບ ອາເມລິກາ ໃນເດືອນ ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ