ອາເມລິກາ ແລະ ຕາລີບານ ປຶກສາຫາລືວິວັດການສັນຕິພາບຢູ່ ອາບການິດສະຖານ

(VOVWORLD) - ທ່ານ Suhail Shaheen ໂຄສົກ ຕາລີບານ ຢູ່ນະຄອນ ໂດຮາ, ປະເທດ ກາຕາ ໃຫ້ຮູ້ວ່າ: ວັນທີ 03 ສິງຫາ, ຫົວໜ້າຄະນະເຈລະຈາຂອງ ຕາລີບານ ໄດ້ມີການປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່ຽວກັບວິວັດການສັນຕິພາບຢູ່ ອາບການິດສະຖານ ແລະ ເລື່ອງລັດຖະບານປ່ອຍຕົວນັກໂທດ ຕາລີບານ. 
ອາເມລິກາ ແລະ ຕາລີບານ ປຶກສາຫາລືວິວັດການສັນຕິພາບຢູ່ ອາບການິດສະຖານ - ảnh 1ທ່ານ Suhail Shaheen ໂຄສົກ ຕາລີບານ ຢູ່ນະຄອນ ໂດຮາ, ປະເທດ ກາຕາ (ພາບ: AP)

ນີ້ແມ່ນຄຳຮຽກຮ້ອງຂອງ ຕາລີບານ ກ່ອນທີ່ຈະກ້າວເຂົ້າສູ່ການເຈລະຈາກັບບັນດາເຈົ້າໜ້າທີ່ລັດຖະບານ ແລະ ບັນດາກຳລັງ Shaheen ກໍ່ໃຫ້ຮູ້ວ່າ: ຜູ້ຕາງໜ້າ ຕາລີບານ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກໍ່ໄດ້ປຶກສາຫາລືເລີ່ມຈັດຕັ້ງບັນດາການເຈລະຈາພາຍໃນປະເທດ ອາບການິດສະຖານ ແລະ ເນັ້ນໜັກວ່າ ເລື່ອງປ່ອຍຕົວນັກໂທດທີ່ຍັງເຫຼືອນັ້ນ ແມ່ນສິ່ງທີ່ຈຳເປັນ ໃຫ້ແກ່ການດຳເນີນເຈລະຈາ. ປະຈຸບັນ, ກະຊວງການຕ່າງປະເທດ ອາເມລິກາ ຍັງບໍ່ທັນມີການຕອບຄືນກ່ຽວກັບຂໍ້ມູນຂ່າວດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ