ອາເມລິກາ ແລະ ນາໂຕ ປຶກສາຫາລື້ຄຳໝັ້ນສັນຍາກ່ຽວກັບການສະຫນັບສະຫນູນ ຢູແກຼນ

(VOVWORLD) -ວັນທີ 31 ພຶດສະພາ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ Blinken ໄດ້ມີການພົບປະກັບທ່ານ Jens Stoltenberg ເລຂານຸການ ນາໂຕ ຢູ່ ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ນາໂຕ ບໍ່ເປັນທາງການ ຢູ່ ນະຄອນຫລວງ Prague ຂອງ ສ. ເຊັກໂກ. 
ອາເມລິກາ ແລະ ນາໂຕ ປຶກສາຫາລື້ຄຳໝັ້ນສັນຍາກ່ຽວກັບການສະຫນັບສະຫນູນ ຢູແກຼນ - ảnh 1ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານ Jens Stoltenberg ເລຂານຸການ ນາໂຕ. ພາບ. AP/Petr David Josek:

 ການນຳສອງທ່ານໄດ້ປຶກສາຫາລືຄຳໝັ້ນສັນຍາຂອງສາອງຝ່າຍສຳລັບການສະຫນັບສະຫນູນ ຢູແກຼນ ໃນການປະທະກັນກັບລັດເຊຍ. ສອງຝ່າຍກໍ່ໄດ້ປຶກສາຫາລືບາງເນື້ອໃນໃຫ້ແກ່ກອງປະຊຸມສຸດຍອດ ນາໂຕ ຢູ່ ນະຄອນຫລວງ ວໍຊິງຕັນ ໃນເດືອນ ສິງຫາ ຈະມາເຖິງ. ລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນຫນັກຄວາມສຳຄັນຂອງເລື່ອງບັນດາປະເທດພັນທະມິດ ນາໂຕ ພ້ອມກັນແບ່ງປັນຄວາມຮັບຜິດຊອບຢ່າງຍຸຕິທຳໃນການປ້ອງກັນລວມໝູ່.

ແລະກໍ່ໃນວັນດຽວກັນ, ລັດເຊຍ ແລະຢູແກຼນ ໄດ້ແລກປ່ຽນສະເລີຍເສິກ ຕາມຂໍ້ຕົກລົງໂດຍ ສະຫະລັດ ອາຣັບ ເອມີເລດ (UAE)  ເປັນປະເທດເປັນກາງຊ່ວຍໄກ່ເກຍ. ກະຊວງການຕ່າງປະເທດ UAE ໃຫ້ຮູ້ວ່າເ ນີ້ແມ່ນຄວາມມານະພະຍາຍາມໄກ່ເກ່ຍຄັ້ງທີ 3 ລະຫວ່າງ ລັດເຊຍ ແລະ ຢູແກຼນ ນັບແຕ່ຕົ້ນປີມາຮອດປະຈຸບັນ ພ້ອມທັງຮຽກຮ້ອງບັນດາຝ່າຍຊຸກຍູ້ມາດຕະການແກ້ໄຂທາງການທູດ, ການເຈລະຈາ ແລະຫລຸດຜ່ອນຄວາມເຕັ່ງຕຶງ.

 

ຕອບກັບ

ຂ່າວ/ບົດ​ອື່ນ