ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ເພີ່ມ​ທະ​ວີ​ການ​ລົງ​ໂທດ​ລັດ​ເຊຍ

(VOVWORLD) -ທ່ານຮອງລັດຖະມົນຕີ Adeyemo ຊີ້ແຈ້ງວ່າ ກຸ່ມ 30 ປະເທດ ຈະຊອກຫາວິທີກີດຂວາງ ລັດເຊຍ ຊື້ສິນຄ້າ ເຊິ່ງອາດຈະຮັບໃຊ້ເຂົ້າໃນຈຸດປະສົງພົນລະເຮືອນ ແລະ ການທະຫານ, ກໍຄືບັນດາເຄື່ອງເຢັນ ເພື່ອຈຳກັດແຫຼ່ງສະໜອງ chip ເຄິ່ງຊັກນຳໄຟຟ້າທີ່ຈຳເປັນໃຫ້ແກ່ ມົດສະກູ.
ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ເພີ່ມ​ທະ​ວີ​ການ​ລົງ​ໂທດ​ລັດ​ເຊຍ - ảnh 1ທ່ານຮອງລັດຖະມົນຕີກະຊວງການເງິນ ອາເມລິກາ Wally Adeyemo (ພາບ: Reuters)

ວັນທີ 21 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການເງິນ ອາເມລິກາ Wally Adeyemo ໃຫ້ຮູ້ວ່າ ໃນອາທິດນີ້, ວໍຊິງຕັນ ແລະ ບັນດາປະເທດສຳພັນທະມິດ ຈະຈັດວາງມາດຕະການລົງໂທດໃໝ່ ຕ້ານຄືນ ລັດເຊຍ ເພື່ອແນໃສ່ກໍ່ກຳລັງດັນ ບັງຄັບໃຫ້ ມົດສະກູ ສິ້ນສຸດບັ້ນການທະຫານພິເສດ ຢູ່ ຢູແກຼນ.

  ກ່າວຄຳເຫັນທີ່ສະພາພົວພັນຕ່າງປະເທດ ອາເມລິກາ ຢູ່ ວໍຊິງຕັນ, ທ່ານຮອງລັດຖະມົນຕີ Adeyemo ຊີ້ແຈ້ງວ່າ ກຸ່ມ 30 ປະເທດ ຈະຊອກຫາວິທີກີດຂວາງ ລັດເຊຍ ຊື້ສິນຄ້າ ເຊິ່ງອາດຈະຮັບໃຊ້ເຂົ້າໃນຈຸດປະສົງພົນລະເຮືອນ ແລະ ການທະຫານ, ກໍຄືບັນດາເຄື່ອງເຢັນ ເພື່ອຈຳກັດແຫຼ່ງສະໜອງ chip ເຄິ່ງຊັກນຳໄຟຟ້າທີ່ຈຳເປັນໃຫ້ແກ່ ມົດສະກູ. ບັນດາມາດຕະການລົງໂທດໃໝ່ ກໍເພື່ອແນໃສ່ເພີ່ມທະວີການຈຳກັດການຂົນສົ່ງນ້ຳມັນ ແລະ ສິນຄ້າປະເພດຕ່າງໆທີ່ຖືກຈຳກັດ ໂດຍຜ່ານບັນດາປະເທດທີ່ມີຊາຍແດນຕິດກັບ ລັດເຊຍ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ສຳນັກຂ່າວສານ Reuters (ອັງກິດ) ໄດ້ຄັດສະເໜີເອກະສານພາຍໃນຂອງ ສະຫະພາບ ເອີຣົບ (EU) ໂດຍໃຫ້ຮູ້ວ່າ ອົງການດັ່ງກ່າວພວມປຶກສາຫາລືກ່ຽວກັບມາດຕະການລົງໂທດທີ 10 ສຳລັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ