ອາເມລິກາ ແລະ ຝ່າຍຕາເວັນຕົກ ເພີ່ມທະວີການລົງໂທດ ສປປ ເກົາຫຼີ

ອາເມລິກາ ແລະ ຝ່າຍຕາເວັນຕົກ ເພີ່ມທະວີການລົງໂທດ ສປປ ເກົາຫຼີ - ảnh 1

(ພາບປະກອບ)

(vovworld)-​ ວັນ​ທີ 11/3, ອຳນາດ​ການ​ປົກຄອງ​ຂອງ​ປະທານ​າທິບໍດີ​ອາ​ເມ​ລິ​ກາ Barack Obama  ​ແລະ ບັນດາ​ທັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ປະກາດ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ຕໍ່ ສປປ​ເກົາຫຼີ ພາຍຫຼັງ​ທີ່​ປະ​ເທດ​ນີ້ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງທີ 3. ບັນດາ​ມາດ​ຕະການ​ລົງ​ໂທດ​ຊື່​ງກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ຈັດ​ວາງ​ແມ່ນ​ແນ​ໃສ່​ການ​ນຳ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ ສປປ​ເກົາຫຼີ 3 ທ່ານ ​ແລະ ປະທານ​ຄະນະ​ກຳມະການ​ເສດຖະກິດ​ທີ 2 ຂອງ ປະ​ເທດ​ນີ້.

   ​ໃນ​ວັນ​ດຽວ​ກັນ, ສະຫະພາບ​ເອີ​ລົບ ​ແລະ ຍີ່ປຸ່ນ ກໍ່​ໄດ້​ສະ​ເໜີ​ຮ່າງ​ມະຕິ​ຮຽກຮ້ອງ​​ໃຫ້ສ້າງຕັ້ງຄະນະ​ກຳມະການ​ສືບສວນ​ກ່ຽວ​ກັບ​ສະພາບ​ການ​ສິດທິ​ມະນຸດ​ຢູ່ ສປປ​ເກົາຫຼີ. ອາ​ເມ​ລິ​ກາ ​ໄດ້​ສະໜັບສະໜູນ ​ແລະ ຖື​ວ່າ: ນີ້​ແມ່ນ​ຮູບ​ການ​ກໍ່​ກຳລັງ​ດັນ​ໃໝ່ ບັງຄັບ​ໃຫ້ ສປປ ​ເກົາຫຼີ ຕ້ອງ​ຢຸດ​ຕິ​ໂຄງການ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ