ອາເມລິກາ ແລະ ຟິລິບປິນ ສືບຕໍ່ແມ່ນບັນດາປະເທດພັນທະມິດທີ່ສະໜິດສະໜົມທີ່ສຸດໃນຄວາມມານະພະຍາຍາມຊຸກຍູ້ຄວາມວັດທະນາຖາວອນ

(VOVWORLD) - ຖະແຫຼງການຮ່ວມເນັ້ນໜັກຄຳໝັ້ນສັນຍາຂອງສອງປະເທດສຳລັບຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ຄວາມສຳຄັນ...
ອາເມລິກາ ແລະ ຟິລິບປິນ ສືບຕໍ່ແມ່ນບັນດາປະເທດພັນທະມິດທີ່ສະໜິດສະໜົມທີ່ສຸດໃນຄວາມມານະພະຍາຍາມຊຸກຍູ້ຄວາມວັດທະນາຖາວອນ - ảnh 1ທ່ານ Joe Biden, ປະທານາທິບໍດີ ອາເມລິກາ ແລະ ທ່ານ Ferdinand Marcos, ປະທານາທິບໍດີ ຟິລິບປິນ
(ພາບ:Reuters)

ວັນທີ 1 ພຶດສະພາ, ທ່ານ Joe Biden, ປະທານາທິບໍດີ ອາເມລິກາ ໄດ້ໃຫ້ການຕ້ອນຮັບ ແລະ ມີການເຈລະຈາກັບທ່ານ Ferdinand Marcos, ປະທານາທິບໍດີ ຟິລິບປິນ ຢູ່ທຳນຽບຂາວ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມພາຍຫຼັງການພົບປະ.

        ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່່າ: ອາເມລິກາ ແລະ ຟິລິບປິນ ຈະສືບຕໍ່ແມ່ນບັນດາປະເທດພັນທະມິດທີ່ສະໜິດສະໜົມທີ່ສຸດໃນຄວາມມານະພະຍາຍາມຊຸກຍູ້ຄວາມວັດທະນາຖາວອນ, ລົງທຶນ ແລະ ຫັນປ່ຽນພະລັງງານສະອາດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຮັກສາສັນຕິພາບ ແລະ ສະຖຽນລະພາບສາກົນ ແລະ ຮັບປະກັນຄວາມເຄົາລົບສິດທິມະນຸດ ແລະ ເຄົາລົບກົດໝາຍ. ຖະແຫຼງການຮ່ວມເນັ້ນໜັກຄຳໝັ້ນສັນຍາຂອງສອງປະເທດສຳລັບຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ຄວາມສຳຄັນ ຂອງສິດອະທິປະໄຕຂອງບັນດາປະເທດໃນພາກພື້ນຢູ່ເຂດເສດຖະກິດພິເສດຂອງຕົນທີ່ສອດຄ່ອງກັບກົດໝາຍສາກົນ. ສອງຝ່າຍແໜ້ນໜັກວ່າ ຄຳຕັດສິນເມື່ອປີ 2016 ຂອງສານກຳມະການສາກົນແມ່ນສອດຄ່ອງ ກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS); ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ ຊ່ອງທະເລ ໄຕ້ຫວັນ ແລະ ຖືນັ້ນແມ່ນປັດໃຈຂາດບໍ່ໄດ້ຂອງຄວາມໝັ້ນຄົງ ແລະ ວັດທະນາຖາວອນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ