ອາ​ເມ​ລິ​ກາ ແລະ ລັດ​ເຊຍ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນ​ຫາ​ຢູ​ແກຼນ

(VOVWORLD) -ວັນທີ 17 ກຸມພາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ເລັ່ງໃຫ້ ລັດເຊຍ ຖອນທະຫານອອກຈາກເຂດຊາຍແດນຕິດກັບຢູແກຼນ, ພ້ອມທັງຮຽກຮ້ອງໃຫ້ມົດສະກູ ຍົກອອກຖະແຫຼງການບໍ່ມີແຜນການບຸກໂຈມຕີປະເທດບ້ານໃກ້ເຮືອນຄຽງ.

ອາ​ເມ​ລິ​ກາ ແລະ ລັດ​ເຊຍ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນ​ຫາ​ຢູ​ແກຼນ - ảnh 1ນັກຮົບລັດເຊຍ ໃນການຊ້ອມຮົບຢູ່ ເຂດ Volgograd (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການປະຕິບັດບັນດາຂໍ້ຕົກລົງ Minsk ກ່ຽວຂ້ອງເຖິງການປະທະກັນຢູ່ພາກຕາເວັນອອກຢູແກຼນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Blinken ເນັ້ນໜັກວ່າ: ຖ້າຫາກວ່າ ລັດເຊຍຊອກຫາສັນຕິພາບ, ໃນມື້ນີ້ ລັດຖະບານ ລັດເຊຍສາມາດປະກາດ ຢ່າງຈະແຈ້ງວ່າ ລັດເຊຍ ບໍ່ບຸກໂຈມຕີຢູແກຼນ”.

ທ່ານ Blinken ກໍ່ກ່າວເຕືອນວ່າ ບັນດາກຳລັງ ລັດເຊຍ ພວມກະກຽມຜັນຂະຫຍາຍບັ້ນບຸກໂຈມຕີເລັ່ງໃສ່ຢູແກຼນ ໃນຊຸມວັນຈະມາເຖິງ.

ສ່ວນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Vershinin ໄດ້ປະຕິເສດຂໍ້ກ່າວຫາຂອງທ່ານ Blinken ແລະ ຖືວ່າ ການຖະແຫຼງ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ແມ່ນການກະທຳທີ່ເປັນໜ້າເສຍດາຍ ແລະ ອັນຕະລາຍ, ມີຄວາມສ່ຽງ ເຮັດໃຫ້ສະພາບຄວາມເຄັ່ງຕຶງໃນປັດຈຸບັນປີນຂັ້ນໄດຂຶ້ນຕື່ມ. ທ່ານ Vershinin ຢັ້ງຢືນວ່າ ບັນດາກຳລັງຂອງລັດເຊຍ ຍັງຢູ່ໃນດິນແດນຂອງລັດເຊຍ ແລະ ບາງກົມກອງແມ່ນໄດ້ຖອນຕົວກັບເມືອຖານທີ່ໝັ້ນແລ້ວພາຍຫລັງການຊ້ອມຮົບ..

ຕອບກັບ

ຂ່າວ/ບົດ​ອື່ນ