ອາ​ເມ​ລິ​ກາ ແລະ ​ລັດ​ເຊຍ ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕ້ອງ​ມີ​ການ​ພົບ​ປະ​ຂັ້​ນ​ສູງ​ສຸດ

(VOVWORLD) -ທ່ານ Peskov ເນັ້ນໜັກວ່າ ທ່ານລັດຖະມົນຕີການຕ່າງປະເທດ Lavrov ໄດ້ມີໂອກາດປຶກສາຫາລື ກັບ ທ່ານປະທານາທິບໍດີ Joe Biden ຢູ່ນອກເຫດການຕ່າງໆ ແລະ ສິ່ງນີ້ແມ່ນສຳຄັນທີ່ສຸດ.
ອາ​ເມ​ລິ​ກາ ແລະ ​ລັດ​ເຊຍ ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕ້ອງ​ມີ​ການ​ພົບ​ປະ​ຂັ້​ນ​ສູງ​ສຸດ - ảnh 1ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: Reuters)

ວັນທີ 1 ພະຈິກ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ປະກາດວ່າ ລັດເຊຍ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບວ່າ ຕ້ອງຈັດຕັ້ງການພົບປະຂັ້ນສູງສຸດ ລະຫວ່າງ ສອງປະເທດ, ພ້ອມທັງຕີລາຄາຄວາມໝາຍສຳຄັນຂອງ ການພົບປະຄັ້ງຫວ່າງມໍ່ໆມານີ້ ລະຫ່ວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov. ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານ Peskov ເນັ້ນໜັກວ່າ ທ່ານລັດຖະມົນຕີການຕ່າງປະເທດ Lavrov ໄດ້ມີໂອກາດປຶກສາຫາລື ກັບ ທ່ານປະທານາທິບໍດີ Joe Biden ຢູ່ນອກເຫດການຕ່າງໆ ແລະ ສິ່ງນີ້ແມ່ນສຳຄັນທີ່ສຸດ. ທ່ານ Pesko ຢັ້ງຢືນວ່າ ນີ້ແມ່ນການພົບປະສຳຄັນ ແລະ ການພົບປະກັບຝ່າຍ ອາເມລິກາ ຈະສືບຕໍ່ດຳເນີນ.

ນອກຈາກນັ້ນ, ຫວັງ Kremlin ຫວັງວ່າ ລັດເຊຍ ແລະ ອາເມລິກາ ຈະສືບຕໍ່ ເຈລະຈາລັດ ກ່ຽວກັບຄວາມໝັ້ນຄົງ ທາງເຄືອຂ່າຍອິນເຕີແນັດ. ທ່ານ Peskov ສະແດງຢ່າງຈະແຈ້ງວ່າ ບັນດການປຶກສາຫາລື ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ລະຫວ່າງ ລັດເຊຍ - ອາເມລິກາ ໄດ້ດຳເນີນ ເພື່ອແນໃສ່ຮັກສາຈິດໃຈອງ ກອງປະຊຸມສຸດຍອດລະຫວ່າງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ເມື່ອເດືອນມິຖຸນາທີ່ຜ່ານມາ ຢູ່ເຊີແນວ, ປະເທດສະວິດ.

ຕອບກັບ

ຂ່າວ/ບົດ​ອື່ນ