ອາເມລິກາ ແລະ ສ ເກົາຫຼີ ເຫັນດີສືບ ຕໍ່ຊອກຫາມາດຕະ ການແກ້ໄຂໂດຍສັນຕິ ໃນແຫຼມ ເກົາຫຼີ

ອາເມລິກາ ແລະ ສ ເກົາຫຼີ ເຫັນດີສືບ ຕໍ່ຊອກຫາມາດຕະ ການແກ້ໄຂໂດຍສັນຕິ ໃນແຫຼມ ເກົາຫຼີ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາງ​ປະທານາທິບໍດີ ສ ​ເກົາຫຼີ Park Geun – hye

(ພາບຈາກອິນເຕີດເນັດ)

(vovworld) - ​ໃນ​ການ​ເຈລະຈາ​ເມື່ອ​ວັນ​ທີ 7/5 ຢູ່​ທຳນຽບຂາວ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາງ​ປະທານາທິບໍດີ ສ ​ເກົາຫຼີ Park Geun – hye ທີ່​ພວມ​ຢູ່​ຢ້ຽມຢາມ ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ສືບ​ຕໍ່​ຂົ່ມຂູ່ ​ແລະ ສະ​ກັດ​ກັ້ນ, ​ແທນ​ທີ່​ຈະ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຕໍ່​ບັນດາ​ການ​ກະທຳ​ເຊິ່ງ 2 ຝ່າຍ​​ຖື​ວ່າ “​ເກາະ​ຜິດ” ຂອງ ສປປ ​ເກົາຫຼີ, ​ແຕ່​ຍັງ​ສ້າງ​ໂອກາດ​ເພື່ອ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ຢ່າງສັນຕິ​​ໃນ​ແຫຼມ ​ເກົາຫຼີ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ລວມພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ ທ່ານ ​ແລະ ທ່ານ​ນາງ​ປະທານາທິບໍດີ ສ ​ເກົາຫຼີ Park Geun – hye ມີ​ທັດສະນະ​ລວມຈະ​ສືບ​ຕໍ່ການ​ຂົ່ມຂູ່​ຍ້ອນ​ວ່າ​ມາ​ຮອດ​ຈຸດ​ເວລາ​ນີ້ 2 ປະ​ເທດ “ຍັງ​ບໍ່​ທັນ​ເຫັນ​ບັນດາ​ການກະທຳ​ທ່ີ​ຕ່າງຫາກ​ຈາກຝ່າຍ ພຽງ​ຢາງ”. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ​, ທ່ານ Obama ຍັງຖະ​ແຫຼ​ງຈະສືບຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຊອກ​ຫາ​ເສັ້ນທາງ​ສັນຕິພາບ​ເພື່ອ​ແກ້​ໄຂ​ສະພາບ​ການ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ໃນ​ແຫຼມ ​ເກົາຫຼີ. ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ: ​ໃນ​ການ​ເຈລະຈາ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ຍູ້​ແຮງ​ເລື່ອງ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ພະລັງງານ​ສະອາດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ