ອາເມລິກາ ແລະ ສປປ.ເກົາຫຼີ ຄິດໄລ່ຊັ່່ງຊາຄວາມອາດສາມາດໃນການແລກປ່ຽນລະຫວ່າງເຈົ້າໜ້າທີ່ຕິດຕໍ່ພົວພັນ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un ຈະເຂົ້າຮ່ວມການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີຄັ້ງທີ 2 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 27 – 28 ກຸມພາ ຢູ່ ຮ່າໂນ້ຍ
ອາເມລິກາ ແລະ ສປປ.ເກົາຫຼີ ຄິດໄລ່ຊັ່່ງຊາຄວາມອາດສາມາດໃນການແລກປ່ຽນລະຫວ່າງເຈົ້າໜ້າທີ່ຕິດຕໍ່ພົວພັນ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un 

ຢູ່ເຂດພັກຜ່ອນບໍາລຸງສຸຂະພາບ Capella, ສິງກະໂປ (ພາບ:: AP)

ວັນທີ 18 ກຸມພາ, ຊ່ອງໂທລະພາບ CNN ຂອງ ອາເມລິກາ ໄດ້ໃຫ້ຂ່າວວ່າ ອາເມລິກາ ແລະ ສປປ.ເກົາຫຼີ ພວມຄິດໄລ່ຊັ່ງຊາຢ່າງຈິງຈັງ ກ່ຽວກັບຄວາມອາດສາມາດໃນການແລກປ່ຽນເຈົ້າໜ້າທີ່ຕິດຕໍ່ພົວພັນໃນສະພາບທີ່ການນໍາສອງປະເທດຄາດວ່າ ຈະພົບປະກັນຢູ່ຫວຽດນາມ ໃນອາທິດຕໍ່ໄປ. ຊ່ອງໂທລະພາບ CNN ໄດ້ຄັດສະເໜີແຫຼ່ງຂ່າວ ຈາກເຈົ້າໜ້າທີ່ທາງການທູດຂັ້ນສູງ 2 ຄົນ ຂອງ ອາເມລິກາ ໂດຍໃຫ້ຮູ້ວ່າ ຂັ້ນຕອນທໍາອິດເພື່ອແນໃສ່ສ້າງຕັ້ງການພົວພັນໃໝ່ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ອາດຈະແມ່ນການພົວພັນແລກປ່ຽນລະຫວ່າງເຈົ້າໜ້າທີ່ສອງຝ່າຍ. ຖ້າຫາກທຸກສິ່ງທຸກຢ່າງດໍາເນີນໄປຢ່າງສະດວກ, ອາເມລິກາ ຈະແຕ່ງຕັ້ງເຈົ້າໜ້າທີ່ຕິດຕໍ່ພົວພັນຈໍານວນໜຶ່ງໄປຍັງ ສປປ.ເກົາຫຼີ ເພື່ອສ້າງຕັ້ງຫ້ອງການຢູ່ ສປປ.ເກົາຫຼີ.

        ຕາມແຜນການແລ້ວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un ຈະເຂົ້າຮ່ວມການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີຄັ້ງທີ 2 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 27 – 28 ກຸມພາ ຢູ່ ຮ່າໂນ້ຍ, ຫວຽດນາມ. ສອງຝ່າຍຄາດວ່າ ຈະສຸມໃສ່ບັນຫາປອດນິວເຄຼຍ ຢູ່ແຫຼມເກົາຫຼີ ແລະ ບັນດາມາດຕະການຄ້າຍຄືກັນຂອງ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ