ອາເມລິກາ ແລະ ສ.ເກົາຈະດຳເນີນ ການຊ້ອມຮົບຮ່ວມທາງທະເລ

ອາເມລິກາ ແລະ ສ.ເກົາຈະດຳເນີນ ການຊ້ອມຮົບຮ່ວມທາງທະເລ - ảnh 1
ກຳ​ປັ່ນບັນທຸກ​ເຮືອ​ບິນ USS Nimitz ​ຂອງ​ອາ​ເມ​ລິ​ກາ 
(ພາບ: VOA)

Vovworld- ໜ່ວຍກຳ​ປັ່ນ​ຮົບ Nimitz ຂອງກອງທັບ​ເຮືອ​ສະຫະລັດອາ​ເມ​ລິ​ກາ ໄດ້ເຂົ້າຈອດທີ່​ທ່າ​ກຳ​ປັ່ນ​ເມືອງ Busan ​ໃນພາກ​ຕາ​ເວັນ​ອອກສຽງໃຕ້ຂອງ​ ສ.ເກົາຫຼີ​ໃນ​ວັນທີ 11/5 ​ເພື່ອ​ເຂົ້າ​ຮ່ວມການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລເປັນ​ເວລາ​ສາມ​ວັນລະຫວ່າງ 2 ປະ​ເທດ . ພົ​ນ​ເຮືອ​ຕີ Mikes White ຜູ້​ບັນຊາ​ການໜ່ວຍກຳ​ປັ່ນ​ຮົບ​ໃຫ້​ຮູ້​ວ່າ ໜ່ວຍກຳ​ປັ່ນ​ຮົບ Nimitz ປະກອບ​ດ້ວຍ​ເຮືອບິນ 64 ລຳ ພ້ອມ​ກັບກຳ​ປັ່ນ​ພິຄາດ ​ແລະ​ກຳ​ປັ່ນ​ລາດຕະ​ເວນ​ຕິດ​ລູກ​ສອ​ນ​ໄຟ​ນຳ​ວິຖີ ​ແລະ ກຳ​ປັ່ນບັນທຸກ​ເຮືອ​ບິນທີ່​ແລ່ນ​ດ້ວຍ​ພະລັງງານ​ນິວ​ເຄຼຍ USS Nimitz ຊຶ່ງ​ແມ່ນ​ກຳ​ປັ່ນ​ຮົບໃຫຍ່​ກ່ວາ​ໝູ່​ໃນ​ໂລກ. ຕາມ​ກະຊວງປ້ອງ​ກັນ​ປະ​ເທດ​ແຫ່ງ ສ.​ເກົາຫຼີ​ແລ້ວ, ກຳ​ປັ່ນບັນທຸກ​ເຮືອ​ບິນທີ່​ແລ່ນ​ດ້ວຍ​ພະລັງງານ​ນິວ​ເຄຼຍ USS Nimitz ຈະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຊອກ​ຫາ ກູ້​ໄພ​ກູ້​ຊີບ​ຮ່ວມ  ​ແລະ ຊ້ອບຮົບ​ຢູ່​ອ້ອມ​ແຫຼມ​ເກົາຫຼີ .

ຂ່າວ/ບົດ​ອື່ນ