ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ

(VOVWORLD) -ສ.ເກົາຫຼີ ຫວັງວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະໄປຢ້ຽມຢາມ ສ.ເກົາຫຼີກ່ອນທີ່ຈະໄປຢ້ຽມຢາມ ຍີ່ປຸ່ນ, ປະມານວັນທີ 20  - 21 ພຶດສະພາ, ໝາຍຄວາມວ່າ ພາຍຫຼັງທ່ານ Yoon Suk-yeol ດຳລົງຕຳແໜ່ງປະທານາທິບໍດີ ສ.ເກົາຫຼີ ຢ່າງເປັນທາງການ (ຄາດວ່າໃນວັນທີ 10 ພຶດສະພາ).
ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Yonhap)

ວັນທີ 24 ເມສາ, ຕາມແຫຼ່ງຂ່າວຕ່າງປະເທດ ຈາກ ເຊີອຸນ (ສ.ເກົາຫຼີ) ໃຫ້ຮູ້ວ່າ ເຈົ້າໜ້າທີ່ຂັ້ນສູງທຳນຽບຂາວທ່ານໜຶ່ງ ພວມຢູ່ເຊີອູນ ໃນບົດບາດຂອງ ຄະນະຜູ້ແທນຂັ້ນສູງລັດຖະບານ ອາເມລິກາ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໃນເດືອນໜ້າ.

ທ່ານ Edgard Kagan ຜູ້ອຳນວຍການຂັ້ນສູງຮັບຜິດຊອບ ອາຊີຕາເວັນອອກ ແລະ ທະວີບ ໂອເຊອາເນຍ, ຂຶ້ນກັບສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ມີໜ້າຢູ່ ເຊີອູນ ໃນວັນທີ 23 ເມສາ ເພື່ອເຂົ້າຮ່ວມກອງປະຊຸມກັບບັນດາສະມາຊິກຫຼັກແຫຼ່ງຮັບຜິດຊອບນະໂຍບາຍທາງການທູດ ຂອງ ຄະນະກຳມະການມອບຮັບການຄຸ້ມຄອງຂອງທ່ານປະທານາທິບໍດີສ.ເກົາຫຼີຄົນໃໝ່ ກ່ຽວກັບລາຍລະອຽດສຳລັບກອງປະຊຸມສຸດຍອດ.

ສ.ເກົາຫຼີ ຫວັງວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະໄປຢ້ຽມຢາມ ສ.ເກົາຫຼີກ່ອນທີ່ຈະໄປຢ້ຽມຢາມ ຍີ່ປຸ່ນ, ປະມານວັນທີ 20  - 21 ພຶດສະພາ, ໝາຍຄວາມວ່າ ພາຍຫຼັງທ່ານ Yoon Suk-yeol ດຳລົງຕຳແໜ່ງປະທານາທິບໍດີ ສ.ເກົາຫຼີ ຢ່າງເປັນທາງການ (ຄາດວ່າໃນວັນທີ 10 ພຶດສະພາ).

ຕອບກັບ

ຂ່າວ/ບົດ​ອື່ນ