ອາເມລິກາ ແລະ ສ.ເກົາຫຼີ ກະກຽມໃຫ້ແກ່ການພົບປະສຸດຍອດກັບສປປ.ເກົາຫຼີ

(VOVWORLD) -ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນ, ວັນທີ 10 ເມສາ, ໂຄສົກກະຊວງການຕ່າງປະເທດອາເມລິກາ ທ່ານ Heather Nauert ເນັ້ນໜັກວ່າ

ອາເມລິກາ ແລະ ສ.ເກົາຫຼີ ກະກຽມໃຫ້ແກ່ການພົບປະສຸດຍອດກັບສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un

(ພາບປະກອບ: AFP/TTXVN)

ເລື່ອງສ້າງແຫຼມເກົາຫຼີ ປອດນິວເຄຼຍ ຈະແມ່ນເນື້ອໃນແຖວໜ້າໃນໂຄງການດຳເນີນງານຂອງການພົບປະສຸດຍອດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ເຊິ່ງຄາດວ່າຈະດຳເນີນໃນເດືອນ ມິຖຸນາ ຈະມາເຖິງ.

      ກ່ອນໜ້ານັ້ນ, ທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳອາເມລິກາ Cho Yoon je ແລະ ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບພາກພື້ນອາຊີຕາເວັນອອກ Susan Thornton ໄດ້ມີການປຶກສາຫາລືຢູ່ວໍຊິງຕັນ. ໃນນັ້ນ 2 ຝ່າຍໄດ້ເປັນເອກະພາບນຳກັນວ່າ ຈະດຳເນີນບັນດາການທາບທາມຄວາມເຫັນປະຈຳໄລຍະ ດ້ວຍການເຂົ້າຮ່ວມຂອງບັນດານັກການທູດຢູ່ສະຖານທູດສ.ເກົາຫຼີ ປະຈຳອາເມລິກາ ແລະ ກະຊວງການຕ່າງປະເທດອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ