ອາເມລິກາ ແລະ ສ.ເກົາຫຼີ ຈະຢຸດຕິບັນດາການຊ້ອມຮົບຮ່ວມຂອບຂະໜາດໃຫຍ່

(VOVWORLD) -Foal Eagle ແມ່ນການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່ທີ່ສຸດລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ເຊິ່ງ ສປປ.ເກົາຫຼີ ໄດ້ກ່າວປະນາມວ່າ ແມ່ນການກະທໍາເພື່ອກະກຽມຮຸກຮານຕ້ານຄືນພຽງຢາງ.
ອາເມລິກາ ແລະ ສ.ເກົາຫຼີ ຈະຢຸດຕິບັນດາການຊ້ອມຮົບຮ່ວມຂອບຂະໜາດໃຫຍ່ - ảnh 1 ທະຫານ ອາເມລິກາ ແລະ ສ.ເກົາຫຼີ ເຂົ້າຮ່ວມການຊ້ອມຮົບ ຢູ່ Pocheon, ສ.ເກົາຫຼີ ໃນວັນທີ 26/4/2017 (ພາບ: FP/ TTXVN)

ໃນວັນທີ 3 ມີນາ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ຢັ້ງຢືນວ່າ ປະເທດນີີ້ ແລະ ອາເມລິກາ ຈະຢຸດຕິບັນດາການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່ປະຈໍາປີ. ກະຊວງປ້ອງກັນປະເທດ ສ.ເກົາຫຼີ ຊີ້ແຈ້ງວ່າ ທ່ານ Jeong Kyeong-doo ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລະ ຄູ່ຕໍາແໜ່ງອາເມລິກາ Pattrick Shanahan ໄດ້ມີການໂອ້ລົມຜ່ານທາງໂທລະສັບໃນວັນທີ 2 ມີນາ, ໃນນັ້ນ ໄດ້ປືກສາຫາລື ແລະ ເຫັນດີນໍາກັນຕໍ່ແຜນການທີ່ກ່ຽວຂ້ອງເຖິງການຊ້ອບຮົບ Key Resolve ເຊິ່ງແມ່ນການຊ້ອມຮົບບັນຊາການສົມມຸດຖານທາງຄອມພິວເຕີ ແລະ Foal Eagle ແມ່ນການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່ທີ່ສຸດລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ເຊິ່ງ ສປປ.ເກົາຫຼີ ໄດ້ກ່າວປະນາມວ່າ ແມ່ນການກະທໍາເພື່ອກະກຽມຮຸກຮານຕ້ານຄືນພຽງຢາງ.  ເພື່ອປ່ຽນແທນໃຫ້ການຊ້ອມຮົບນີ້, ສອງປະເທດຈະດໍາເນີນບັນດາການຝຶກແອບເຄື່ອນທີ່ນອກຕົວເມືອງ ເພື່ອດັດປັບ ແລະ ຝຶກແອບການບັນຊາການ ເພື່ອແນໃສ່ຮັກສາກໍາລັງຄວາມສາມາດກຽມພ້ອມສູ້ຮົບ.

        ຄໍາຕັດສິນດັ່ງກ່າວ ໄດ້ຍົກອອກມາພາຍຫຼັງ 2 – 3 ວັນ ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ການນໍາ ສປປ.ເກົາຫຼີ Kim Jong-un  ດໍາເນີນກອງປະຊຸມສຸດຍອດຄັ້ງທີສອງ ຢູ່ຮ່າໂນ້ຍ, ປະເທດຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ