ອາເມລິກາ ແລະ ສ.ເກົາຫຼີ ຊົມເຊີຍ ສປປ.ເກົາຫຼີ ຢຸດຕິການທົດລອງລູກສອນໄຟ, ນິວເຄຼຍ

(VOVWORLD) - ວັນທີ 21 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຊົມເຊີຍຄວາມຕັດສິນໃຈຂອງການນຳ ສປປ.ເກົາຫຼີ Kim Jong-un ກ່ຽວກັບການຢຸດຕິບັນດາການທົດລອງລູກສອນໄຟ, ນິວເຄຼຍ.
ອາເມລິກາ ແລະ ສ.ເກົາຫຼີ ຊົມເຊີຍ ສປປ.ເກົາຫຼີ ຢຸດຕິການທົດລອງລູກສອນໄຟ, ນິວເຄຼຍ - ảnh 1 ອາເມລິກາ ແລະ ສ.ເກົາຫຼີ ຊົມເຊີຍ ສປປ.ເກົາຫຼີ ຢຸດຕິການທົດລອງລູກສອນໄຟ, ນິວເຄຼຍ (ພາບ: KCNA/Reuters)

ທ່ານ Trump ຖືນີ້ແມ່ນຄວາມກ້າວໜ້າຢ່າງໃຫຍ່ຫຼວງ ແລະ ສະແດງ ຄວາມຫວັງເຂົ້າໃນການພົບປະຄັ້ງສຸດຍອດກັບທ່ານ Kim Jong-un ໃນໄລຍະຈະມາເຖິງ. ແລະກໍ່ໃນວັນດຽວກັນ, ສ.ເກົາຫຼີ ໄດ້ອອກສຽງຊົມເຊີຍຄວາມຕັດສິນໃຈຂອງ ສປປ.ເກົາຫຼີ. ຖະແຫຼງການຂອງທຳນຽບປະທານາທິບໍດີ ສ.ເກົາຫຼີ ເນັ້ນໜັກວ່າ: “ຄວາມຕັດສິນໃຈຂອງ ສປປ.ເກົາຫຼີ ແມ່ນບາດກ້າວເດີນສຳລັບວິວັດທະນາການປອດນິວເຄຼຍໃນແຫຼມ ເກົາຫຼີ ເຊິ່ງໂລກຍັງມີຄວາມຫວັງ. ເລື່ອງດັ່ງກ່າວ ຈະສ້າງສະພາບແວດລ້ອມຢ່າງຕັ້ງໜ້າ ໃຫ້ແກ່ຜົນສຳເລັດຂອງການພົບປະຄັ້ງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ສປປ.ເກົາຫຼີ - ອາເມລິກາ ໃນໄລຍະຈະມາເຖິງ”. ນອກນັ້ນ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະກະກຽມໃຫ້ການພົບປະຄັ້ງສຸດຍອດລະຫວ່າງທ່ານປະທານາທິບໍດີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ເພື່ອພາໄປເຖິງການປອດນິວເຄຼຍ ແລະ ສ້າງພື້ນຖານສັນຕິພາບຍາວນານໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ