ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ ຢັ້ງ​ຢືນ​ວ່າ ພ້ອ​ມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼ​ີ ຄື​ນ​ໃໝ່ກ່ຽວ​ກັບ​ການ​ປອດ​ນິ​ວ​ເຄຼຍ

(VOVWORLD) - ວັນທີ 19 ມິຖຸນາ, ໃນການພົບປະຢູ່ ວໍຊິງຕັນ, ອາເມລິກາ, ທ່ານ Stephen Biegun ຜູ້ຕາງໜ້າພິເສດຂອງ ອາເມລິກາ ຮັບຜິດຊອບບັນຫາ ສປປ.ເກົາຫຼີ ແລະ ທ່ານ Lee Do – hoon ຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ ໄດ້ຢັ້ງຢືນອີກຄັ້ງວ່າ ພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີຄືນໃໝ່ ກ່ຽວກັບການປອດນິວເຄຼຍ.

ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ ຢັ້ງ​ຢືນ​ວ່າ ພ້ອ​ມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼ​ີ ຄື​ນ​ໃໝ່ກ່ຽວ​ກັບ​ການ​ປອດ​ນິ​ວ​ເຄຼຍ - ảnh 1

ທ່ານ Stephen Biegun ຜູ້ຕາງໜ້າພິເສດຂອງ ອາເມລິກາ ຮັບຜິດຊອບບັນຫາ ສປປ.ເກົາຫຼີ ແລະ ທ່ານ Lee Do – hoon ຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ (ພາບ: Getty Images) 

ຕາມທ່ານ Biegun ແລ້ວ, ປະຕູການເຈລະຈາ ກັບ ສປປ.ເກົາຫຼີ ຍັງເປີດກ້ວາງ ແລະ ອາເມລິກາ ບໍ່ຕັ້ງເງື່ອນໄຂໃດໃຫ້ແກ່ການເຊື່ອມຕໍ່ການເຈລະຈາ ຄືນໃໝ່. ທ່ານ Biegun ໃຫ້ຮູ້ຕື່ມອີກວ່າ: ຝ່າຍ ອາເມລິກາ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບບັນດາຄຳໝັ້ນສັນຍາທັງໝົດເຊິ່ງການນຳສອງປະເທດໄດ້ຍົກອອກມາທີ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ ສິງກະໂປ ເມື່ອບັນດາການເຈລະຈາຂັ້ນວິຊາການກັບ ສປປ.ເກົາຫຼີ ໄດ້ເຊື່ອມຕໍ່ຄືນໃໝ່. ໃນຂະນະນັ້ນ, ທ່ານ Lee Do – hoon ໄດ້ເນັ້ນໜັ້ກ: “ການເຈລະຈາບໍ່ແມ່ນການເລືອກເຟ້ນຫາກແມ່ນສິ່ງຈຳເປັນຕ້ອງເຮັດ”.

ຕອບກັບ

ຂ່າວ/ບົດ​ອື່ນ