ອາເມລິກາ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາເພີ່ມທະວີກຳລັງປ້ອງກັນລວມ

ອາເມລິກາ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາເພີ່ມທະວີກຳລັງປ້ອງກັນລວມ - ảnh 1
ທ່ານ Hwang Kyo – ahn ຜູ້​ຮັກສາ​ການປະທານາທິບໍດີ ສ.​ເກົາຫຼີ
(ພາບ: Indian Express)

(vovworld) - ​​ ​ ທຳນຽບຂາວ​ໃຫ້​ຮູ້​ວ່າ ວັນ​ທີ 29/01 ​ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ແລະ ທ່ານ Hwang Kyo – ahn ຜູ້​ຮັກສາ​ການປະທານາທິບໍດີ ສ.​ເກົາຫຼີ ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ກຳລັງ​ປ້ອງ​ກັນ​ລວມຂອງ 2 ປະ​ເທດ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ ສປປ.​ເກົາຫຼີ. ​ໃນ​ແຈ້ງການ​ໜຶ່ງ ທຳນຽບຂາວ​ໃຫ້​ຮູ້​ວ່າ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ໄດ້​ເຕື້ອງ​​ເຖິງ​ຄຳ​ໝັ້ນ​ສັນຍາ​ແຂງ​ກະດ້າງ​ຂອງ ອາ​ເມ​ລິ​ກາ ​​ເພື່ອ​ແນ​ໃສ່ປ້ອງ​ກັນ ສ.​ເກົາຫຼີ  ນັບທັງ​ເລື່ອງ​ຮັບຮອງ​ເອົາ​ການ​ສະໜອງຄວາມ​ສາມາດ​ນາບ​ຂູ່​ເປີດ​ກ້ວາງ ນຳ​ໃຊ້​ກຳລັງ​ການ​ທະຫານ​ຢ່າງ​ຄົບ​ຖ້ວນ. ການ​ນຳ 2 ທ່ານ​ໄດ້​​ເຫັນ​ດີ​ເປັນ​ເອກະ​ພາບ​ປະຕິບັດ​ບັນດາ​ບາດກ້າວ​ເພີ່ມ​ທະວີ​ກຳລັງ​ປ້ອງ​ກັນ​ລວມ ​​ເພື່ອແນ​ໃສ່​ພາບ​ແພ້​ໄພ​ນາບ​ຂູ່ ສປປ.​ເກົາຫຼີ.

ຂ່າວ/ບົດ​ອື່ນ